
ສະພາບເຫດການ: ໃນຕອນຄຳ່ຂອງວັນທີ 7 ມີຖຸນາ 2021 ເວລາປະມານ 20:15ໂມງ. ຢູ່ຈຸດກິໂລແມັດທີ K11+070 ທາງແຍກສະຖານີນາຊອນຂອງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ, ມີລົດເກັງຄັນໜຶ່ງຂັບຂີ່ດ້ວຍຄວາມໄວສູງໄດ້ຕຳກັບຮົ້ວກັ້ນທາງ.
ພາຍຫຼັງທີ່ຕຳຫຼວດຈະລາຈອນ ແລະ ພະນັກງານຄຸ້ມຄອງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ຮັບແຈ້ງເຫດດັ່ງກ່າວກໍ່ໄດ້ລົງໄປສະຖານທີ່ເກີດເຫດທັນທີ່. ໄດ້ມີຄົນຮັບບາດເຈັບ 2 ຄົນ ແລະ ໄດ້ນຳສົ່ງໄປໂຮງໝໍແລ້ວ.
ທາງດ່ວນ ນະຄອນຫຼວງວຽງຈັນ – ວັງວຽງ ຂໍເຕືອນມາຍັງນັກຂັບຂີ່ທຸກທ່ານ, ອຸປະຕິເຫດຄັ້ງນີ້ເຮັດໃຫ້ພວກເຮົາຮຽນຮູ້ວ່າ:
1. ເພື່ອຄວາມປອດໄພຂອງທ່ານ ແລະ ຄົນອື່ນ, ຫ້າມບໍ່ໃຫ້ຂັບຂີ່ເກີນຄວາມໄວທີ່ກຳນົດ!
2. ຂັບຂີ່ໃນລະດູຝົນ, ຖະໜົນປຽກມື່ນ, ກະລຸນາຫຼຸດຜ່ອນຄວາມໄວ
ທີ່ມາ: