ຂ່າວດ່ວນ..!! ເກີດເຫດຄົນໄລ່ຍິງກັນ ຢູ່ເຂດທາງເລກ 10 ບ້ານ ໂນນນາຄູນ ແຂວງ ສະຫວັນນະເຂດ

#ດ່ວນ! ເກີດເຫດໄລ່ຍິງກັນຕາຍ ເຫດເກີດຂື້ນທີ່ ທາງເລກທີ 10 ບ້ານໂນນນາຄູນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ *

ຜູ້ເສຍຊີວິດແມ່ນປະຊາຊົນ ບ້ານກົກແດງ ມາດ້ວຍກັນ 2 ຄົນ ນ້ອງເສຍຊີວິດຄາທີ່ ສ່ວນອ້າຍປອດໄພ ນັ່ງຮ້ອງໃຫ້ຂ້າງສົບນ້ອງຊາຍ.

ຈາກຂໍ້ມູນເບື້ອງຕົ້ນຈາກຜູ້ທີ່ຢູ່ໃນເຫດການເລົ່າວ່າ ອາດຈະເກີດປຸ້ນຊັບ ແຕ່ລາຍລະອຽດເຈົ້າຫນ້າທີ່ຍັງຢູ່ໃນການສືບສວນ-ສອບສວນ ຕໍ່ໄປ. #ຖ້າມີລາຍລະອຽດຈະລາຍງານເພີ່ມຕື່ມ #ຂໍ້ມູນຈາກ:ປະຊາຊົນທີ່ຢູ່ໃນເຫດການ

(ຄຣິບ):

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *