
ແຂວງບໍລິຄຳໄຊ ເດີນທາງໄດ້ປົກກະຕິໂດຍບໍ່ຕ້ອງຂໍໃບອະນຸຍາດເຂົ້າ-ອອກ ແຂວງຕໍ່ແຂວງ.ຄະນະສະເພາະກິດຂັ້ນແຂວງ ແຂວງບໍລິຄຳໄຊ ໄດ້ແຈ້ງໃຫ້ຮູ້ວ່າ:
ການເດີນທາງທົ່ວໄປ, ການບໍລິການຂົນສົ່ງໂດຍສານທາງບົກ ແລະ ການຂົນສົ່ງສິນຄ້າໄປຕ່າງເມືອງ ແລະ ຕ່າງແຂວງ ທີ່ບໍ່ມີການລະບາດໃນຊຸມຊົນ ແມ່ນສາມາດດໍາເນີນການ ແລະ ເຕົ້ນທາງໄດ້ປົກກະຕິ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດໃນການເດີນທາງ.
ນອກຈາກບຸກຄົນໃດທີ່ຕ້ອງເດີນທາງໄປເຂດທີ່ມືການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກໍານົດຂອງຄະນະສະເພາະກົດຂັ້ນສູນກາງແລະ ລະບຸໄວ້ໃນແຈ້ງການຂອງກະຊວງສາທາລະນະສຸກ ເລກທີ 0488/ສທ, ລົງວັນທີ 20 ພຶດສະພາ 2021 ທີ່ມີຄວາມຈໍາເປັນ.
ບຸກຄົນໃດທີ່ເດີນທາງໄປເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ທີ່ບໍ່ໄດ້ສັກຢາວັກຊິນຄົບ 2 ເຂັ້ມ ຕ້ອງໄດ້ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ກັກກັນຕົວເອງໃຫ້ຄົບ 14 ວັນ.
ທີ່ມາ: