
ເກີດເລື່ອງທີ່ບໍ່ຄາດຝັນໃນການແຂ່ງຂັນເທັນນິສລະດັບແກຣນສະແລມສົ່ງທ້າຍປີ ລາຍການ ຢູເອັສ ໂອເພັນ 2021 ທີ່ສະຫະລັດອາເມຣິກາ ເມື່ອ ເອັມມາ ຣາດູຄານູ ດາວເດັ່ນອາຍຸພຽງ 18 ປີຈາກສະຫະຣາຊາອະນາຈັກ ທີ່ເປັນນັກເທັນນິສນອກສາຍຕາຈາກຮອບຄັດເລືອກ ສາມາດສ້າງປະຫວັດສາທະລຸເຂົ້າຮອບຊີງພົບກັບ ເລລາ ແອນນີ ເຟີນານເດຊ ມື 73 ຂອງໂລກອາຍຸ 19 ປີຈາກການາດາ
ນີ້ເປັນຄັ້ງທໍາອິດໃນຮອບ 22 ປີທີ່ນັກເທັນນິສອາຍຸຕໍ່າກວ່າ 20 ປີສາມາດເຂົ້າເຖິງຮອບຊີງລາຍການໃຫຍ່ໆລະດັບນີ້ໄດ້ຕໍ່ຈາກປີ 1999 ທີ່ ເຊເຣນາ ສາມາດເຂົ້າຮອບຊີງພົບກັບ ມາຕິນາຮິງກິສ.
ນັດຊີງຊະນະເລີດຈັດຂຶ້ນໃນຄໍ່າຄືນຂອງວັນທີ 11 ກັນຍາ 2021 ປາກົດວ່າ: ເອັມມາ ຣາດູຄານູ ສ້າງຜົນງານໂດດເດັ່ນຢ່າງຕໍ່ເນື່ອງກ່ອນເອົາຊະນະ ເລລາ ແອນນີ ໄປ 2-0 ເຊັດ 6-4 ແລະ 6-3 ຄວ້າຂັນແຊັມ ຢູເອັສ ໂອເພັນ ໄປຄອງເປັນຄັ້ງທໍາອິດໃນຊີວິດ ພ້ອມກັບເງິນລາງວັນ 2,5 ລ້ານໂດລາ.
ຫຼັງຈົບການແຂ່ງຂັນ ເອັມມາ ຣາດູຄານູ ໃຫ້ສໍາພາດວ່າ: “ ມັນເປັນເລື່ອງຕະຫຼົກກັບທີມງານຂອງຂ້ອຍ ເພາະກ່ອນລົງແຂ່ງຂັນຮອບຄັດເລືອກແມັດທໍາອິດ ຂ້ອຍເຮັດສາຍຫູຟັງ ( ສາຍສະເບົ້າ ) ແບບແອພອດ ເສຍ ແລະ ພະຍາຍາມຊອກຢູ່ 3 ນາທີ່ ກ່ອນກົດໂທລະສັບເພື່ອຊ່ວຍຫາ ແຕ່ແລ້ວຕອນນັ້ນກໍເລີຍຄິດໄດ້ວ່າ ຖ້າຊະນະແມັດນີ້ກໍໜ້າຈະຫາເງິນໄປຊື້ຫູຟັງຕົວໃໝ່ໄດ້ ”.
ສໍາລັບ ຫູຟັງ ພອດ ຂອງ ເອັມມາ ຣາດູຄານູ ທີ່ໃຊ້ຢູ່ເປັນຜະລິດຕະພັນຈາກ ແອບເປິລ ທີ່ມີລາຄາ 109 ປອນ.