
ວັນທີ 1 ຕຸລາ 2021 ນີ້, ກົມໃຫຍ່ພະລາທິການກອງທັບໄດ້ ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຈາກຊັ້ນພັນຕີຂື້ນຊັ້ນພັນໂທຈໍານວນ 31 ສະຫາຍ ຢູ່ທີ່ສະໂມສອນຂອງກົມໃຫຍ່, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ ແລະ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນເອກ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກົມໃຫຍ່ພະລາທິການກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ, (ສະບັບປັບປຸງ) ພາກທີ II ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງຕາມ ການຄົ້ນຄົ້ວານໍາສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດຕົກລົງ, ເລື່ອນຊັ້ນໃຫ້ນາຍທະຫານຢູ່ກົມໃຫຍ່ພະລາທິການກອງທັບຈາກຊັ້ນພັນຕີ ຂື້ນຊັ້ນ ພັນໂທ ຈໍານວນ 31 ສະຫາຍ.
ໂອກາດນີ້, ສະຫາຍ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ໄດ້ໃຫ້ກຽດໂອ້ລົມຊີ້ທິດເຍືອງທາງຕໍ່ພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່, ກ່ອນອື່ນໄດ້ກ່າວສະເເດງຄວາມຍ້ອງຍໍຊົມເຊີຍສັນລະເສີນຜົນງານທີ່ຍາດມາໄດ້, ເຊີ່ງຕະຫຼອດໄລຍະຜ່ານມາຂອງບັນດາສະຫາຍໄດ້ເອົາໃຈໃສ່ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນກໍຄືໜ້າທີ່ການເມືອງຂອງກົມກອງ ແລະ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເຮັດສໍາເລັດຜົນຢ່າງຈົບງາມ. ດັ່ງນັ້ນ, ການເລື່ອນຊັ້ນນີ້ ແມ່ນການຈັດຕັ້ງມອບໝາຍໜ້າທີ່ອັນໜັກໜ່ວງໃຫ້ໃນການປະຕິບັດໜ້າທີ່ວຽກງານອັນສູງສົ່ງຂອງດາສະຫາຍເພື່ອເຮັດສໍາເລັດຜົນໃນຕໍ່ໜ້າ, ສະນັ້ນ ຈື່ງຮຽກຮ້ອງໃຫ້ພະນັກງານກໍ່ຄືນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ຈົ່ງເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ມີຄຸນທາດການເມືອງໜັກແໜ້ນ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຕັ້ງໜ້າປະກອບສ່ວນໃນການປັບປຸງກໍ່ສ້າງກົມກອງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງບົນພື້ນຖານທັດສະນະຂອງພັກ.
ຍົກສູງຈິດໃຈຮັກຊາດອັນສູງສົ່ງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ກໍາໃຫ້ໄດ້ມະຕິຕ່າງໆຂອງພັກ, ສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານເປັນຕົ້ນແມ່ນ ດ້ານຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມຮູ້ຄວາມສາມາດທາງດ້ານໜ້າທີ່ວິຊາສະເພາະຂອງຕົນໃຫ້ດີຂື້ນກ່ວາເກົ່າ ເພື່ອໃຫ້ກາຍເປັນພະນັກງານນໍາພາ-ບັນຊາທີ່ດີເດັ່ນໃນກົມກອງ, ຖືເອົາຄວາມສາມັກຄີພາຍໃນພາຍນອກຢ່າງແໜ້ນແຟ້ນ, ມີແບບແຜນການດໍາລົງຊີວິດຖືກຕ້ອງໂປ່ງໃສຂາວສະອາດ, ເຮັດວຽກງານຫຍັງຕ້ອງຄໍານຶງເຖີງລະບຽບກົດໝາຍ, ປັບປຸງແບບແຜນວິທີເຮັດວຽກງານບົນພື້ນຖານຫຼັກການລວມສູນປະຊາທິປະໄຕນໍາພາເປັນໝູ່ຄະນະ, ມອບໝາຍໃຫ້ບຸກຄົນຮັບຜິດຊອບ, ກໍາໄດ້ແນວຄິດຂອງພະນັກງານ-ນັກຮົບໃນກົມກອງ, ເມື່ອເປັນພະນັກງານຂັ້ນສູງເທົ່າໃດກໍຍີ່ງມີຄວາມສໍາຄັນເພີ່ມທະຄວາມເປັນແບບຢ່າງຂື້ນເທົ່ານັ້ນ ແລະ ພ້ອມກັນຍົກສູງນໍ້າໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອເຮັດໃຫ້ຊີວິດການເປັນຢູ່ໃນກົມກອງໃຫ້ນັບມື້ດີຂື້ນເທື່ອລະກ້າວ.
ໂດຍ: ຄໍາປະສົງ ລາດຊະວົງ