ຂໍ້ມູນການຕິດເຊື້ອໃນຊຸມຊົນ 150 ຄົນ ແລະ 11 ບ້ານແດງໃໝ່ ໃນນະຄອນຫຼວງວຽງຈັນ

ຍັງຄົງເປັນສະຖານະການທີ່ບໍ່ດີຂຶ້ນ ສໍາລັບຜູ້ຕິດເຊື້ອໂຄວິດ19 ໃນລາວ ອັບເດດມື້ນີ້ພົບຜູ້ຕິດເຊື້ອໂຄວິດ 19 ທັງໝົດ 301 ຄົນ, ນໍາເຂົ້າ 5 ຄົນ, ຊຸມຊົນ 296 ຄົນ ໃນນັ້ນຍັງຄົງເປັນນະຄອນຫຼວງວຽງຈັນຫຼາຍກ່ອນໝູ່ 150 ຄົນ, ຮອງລົງມາແມນສະຫວັນນະເຂດ 32 ຄົນ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງສະພາບການລະບາດຂອງພະຍາດໂຄວິດ19 ປະຈໍາວັນທີ 3 ຕຸລາ 2021 ວ່າ ມາຮອດມື້ນີ້ ພວກເຮົາໄດ້ກວດວິເຄາະຫາເຊື້ອທັງໝົດ 5.264 ຄົນ, ພົບຜູ້ຕິດເຊື້ອໃໝ່ທັງໝົດ 301 ຄົນ, ນໍ້າເຂົ້າ 5 ຄົນ ຈາກນະຄອນຫຼວງວຽງຈັນ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ

ຕິດເຊື້ອໃນຊຸມຊົນ 296 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 150 ຄົນ, ສະຫວັນນະເຂດ 32 ຄົນ, ຫຼວງພະບາງ 31 ຄົນ, ໄຊສົມບູນ 28 ຄົນ, ຈໍາປາສັກ 19 ຄົນ, ແຂວງວຽງຈັນ 17 ຄົນ, ບໍ່ແກ້ວ 7 ຄົນ, ບໍລິຄໍາໄຊ 5 ຄົນ, ຄໍາມ່ວນ 4 ຄົນ ແລະ ຫຼວງນໍ້າທາ 3 ຄົນ ມາຮອດມື້ນີ້ຍອດຜູ້ຕິດເຊື້ອສະສົມມີ 25.217 ຄົນ, ເສຍຊີວິດສະສົມ 22 ຄົນ (ໃໝ່ 2 ຄົນ)

ອັບເດດ ບ້ານແດງໃຫມ່ ຢູ່ນະຄອນຫຼວງວຽງຈັນ ມື້ນີ້ (3 ຕຸລາ 2021 )

ເມືອງຈັນທະບູລີ 2 ບ້ານ: ທົ່ງຕູມ, ຊຽງເຊີນ

ເມືອງສີໂຄດຕະບອງ 1 ບ້ານ: ບ້ານຫຼັກຫີນ

ເມືອງຫາດຊາຍຟອງ 1 ບ້ານ: ບ້ານ ປ່າຜາງ

ເມືອງໄຊເສດຖາ 7 ບ້ານ: ສົມສະຫງ່າ, ທາດຫຼວງເໝືອ, ຈອມມະນີ, ນາໄຫ, ສະພັງໝໍ້, ນາສ້າງໄພ, ວຽງຈະເລີນ

150 ຄົນ ຈາກ 4 ເມືອງ ທີ່ມີການຕິດເຊື້ອ ໃນຊຸມຊົນ ຢູ່ ນະຄອນຫຼວງວຽງຈັນ ມື້ນີ້

 

Author: PP

Leave a Reply

Your email address will not be published. Required fields are marked *