ໜີບໍ່ລອດ..!! ໂຈນຜູ້ຍິງສອງແມ່ລູກລັກລົດໃຫຍ່ຢູ່ຮ້ານອັດສີດ ເຂດບ້ານຫ້ວຍຫົງ

ຜູ້ໃຊ້ເຟສບຸກຊື່ Phouvieng Vilaisan ໄດ້ໂພສໃນວັນທີ 3/10/2021 ວ່າ: ບາງທ່ານວ່າສ້າງກະແສບໍ່ແມ່ນເດີ ອາທິບາຍເລື່ອງຄິບກ້ອງວົງຈອນມື້ວານນີ້ເນາະຫຼາຍຄົນຄືຊິງົງແລະສົງໃສ

ເລື່ອງມີຢູ່ວ່າ ມື້ວານຂ້ອຍໄດ້ບອກລູກນ້ອງຂ້ອຍເອົາລົດຟອດສີແດງໄປລ້າງແລ້ວໃຫ້ອີກຄົນຂັບລົດລີໂວ່ສີຂາວໄປຮັບ ພໍດີໄປຮອດລູກນ້ອງຂ້ອຍລົງລົດມານາງນັ້ນກະຖາມເອົາກະແຈລົດນຳລູກນ້ອງຂ້ອຍເລີຍ ລູກນ້ອງຂ້ອຍກະຄິດວ່ານາງນີ້ແມ່ນພະນັກງານໃນຮ້ານອັດສີດ

ແລ້ວນາງນັ້ນກະຖອຍລົດອອກໄປເລີຍ ລູກນ້ອງຂ້ອຍກະເລີຍງົງເລີຍຫຼຽວມາຖາມກຳມະກ່ອນໃນຮ້ານອັດສີດຈັ່ງຮູ້ວ່ານາງນັ້ນບໍ່ແມ່ນຄົນໃນຮ້ານ ພະນັກງານໃນຮ້ານກະຄິດວ່ານາງນີ້ກັບລູກນ້ອງຂ້ອຍແມ່ນຮູ້ຈັກກັນ.

ກ່ອນໜ້ານີ້ແມ່ນນາງນີ້ໄດ້ເຂົ້າມາທຳທ່າມາຖາມເອົາລົດນຳຮ້ານອັດຊີດກ່ອນແລ້ວພໍດີບັງເອີນລູກນ້ອງຂ້ອຍເຂົ້າມາພໍດີ

.

(ຄຼິບ):

 

Author: PP

Leave a Reply

Your email address will not be published. Required fields are marked *