
1 ຫ້າມຄົນທີ່ຢູ່ອາໄສຢູ່ບ້ານຜາສຸກ ແລະ ບ້ານ ຜານົມ ເດີນທາງເຂົ້າ-ອອກ (Lock down) ຈາກບ້ານຢ່າງເດັດຂາດພ້ອມທັງຕັ້ງຈຸດກວດກາຄົນເຂົ້າອອກ ປະຈຳ 24 ຊົ່ວໂມງ ຍົກເວັ້ນກໍລະນີຮີບດ່ວນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນບ້ານ
2 ໃຫ້ປິດຮ້ານຂາຍເຄື່ອງສົ່ງ-ຍ່ອຍ ຮ້ານອາຫານ ແລະ ຫົວໜ່ວຍທຸລະກິດອື່ນໆທັງສອງບ້ານ
3 ບ້ານຜາສຸກ ຍົກເວັ້ນເສັ້ນທາງຫຼັກຂ້າງເດີນຊາວມັງກອນ,ກອງບັນຊາການ ປກສແຂວງ ແລະ ໂຮງໝໍ107
4 ບ້ານຜານົມ ຍົກເວັ້ນເສັ້ນທາງຫຼັກ ສາມາດໃຫ້ລົດແລ່ນຜ່ານໄດ້ ແຕ່ຫ້າມແວ່ເປັນອັນຂາດ
5 ມອບໃຫ້ຄະນະສະເພາະກິດຂັ້ນບ້ານ ຊີ້ນຳຫ້ອງການສາທາລະນະສຸກ ນະຄອນ ລົງສົມທົບກັບຫົວໜ່ວຍກຸ່ມ ແລະ ອົງການປົກຕອງບ້ານ ຮີບຮ້ອນສຶບສວນ-ສອບສວຍ ເກັບກຳຂໍ້ມູນຕົວຈິງຜູ້ສຳພັດໃກ້ສິດກັບຜູ້ຕິດເຊື້ອໃຫ້ລະອຽດຈະແຈ້ງ ພ້ອມທັງເຂົ້າສູນກັກກັນ ແລະ ລາຍງານໃຫ້ຄະນະສະເພາະກິດຂັ້ນແຂວງຊາບ ເພື່ອແກ້ໄຂໃຫ້ທັນເວລາ
6 ມອບໃຫ້ ປກສ ເມືອງງາ ແລະ ຄະນະສະເພາະກິນຂັ້ນບ້ານເປັນເຈົ້າການຈັດຕັ້ງຈຸດກວດກາປະຕິບັດຢ່າງເຂັ້ມງວດ
7 ຄຳສັ່ງນີ້ເລີ່ມຈັດຕັ້ງປະຕິບັດແຕ່ເວລາ 9:00 ໂມງ ຂອງວັນທີ 5-20 ຕຸລາ 2021 ຖ້າບໍ່ມີກໍລະນີພົບຜູ້ຕິດເຊື້ອໃໝ່ຫຼັງ 14 ວັນຈະໄດ້ມີການປະເມີດຜົນອອກຈາກເຂດແດງ