ກົມໃຫຍ່ພະລາທິການກອງທັບມອບລົດຂົນສົ່ງຄົນເຈັບສູ່ໂຮງໝໍປິ່ນປົ່ວພາກສະໜາມໃຫ້ ໂຮງໝໍບໍລິເວນ109

ໃນວັນທີ 30 ກັນຍາ 2021ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ນຳລົດຂົນສົ່ງຄົນຕິດເຊື່ອພະຍາດ ໂຄວິດ-19 ສູ່ໂຮງໝໍປິ່ນປົວພາກສະໜາມ

ນຳໂດຍ ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ກຳມະການພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາໂຮງໝໍບໍລິເວນ109 ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດມອບລົດໃນຄັ້ງນີ້ ເປັນກຽດກ່າວມອບໂດຍ: ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ແລະ ກ່າວຮັບໂດຍ: ສະຫາຍພັນໂທ ດຣ ອັກສອນ ລິນສະຫວາດ ຮອງອຳນວຍການໂຮງໝໍບໍລິເວນ 109. ຈຳນວນ 01 ຄັນ

ແລະ ອຸປະກອນການແພດອັນຈຳເປັນທີ່ສາມາດໃຊ້ໃນເວລາສຸກເສີນພາຍໃນລົດຈຳນວນໜຶ່ງ ພ້ອມທັງວີຊາການແນະນຳວິທີນຳໃຊ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບຕົວຈິງຢ່າງຊັດເຈນ.

ທັງນີ້ກໍ່ເພື່ອນຳໃຊ້ເຂົ້າໃນວຽກງານນຳສົ່ງຄົນເຈັບສູ່ໂຮງໝໍປິ່ນປົ່ວພາກສະນາມໃຫ້ຖ່ວງທັນກັບເວລາ ແລະ ສະຖານະການຕົວຈິງ ຫຼຸດກອນອັດຕາການເສຍຊິວິດໄດ້ຢ່າງມີປະສິດທິພາບ.

Author: PP

Leave a Reply

Your email address will not be published. Required fields are marked *