
ເດັກເວົ້າເກັ່ງໃນສື່ອອນລາຍກາຍເປັນຄົນດັງ ແລະ ໄດ້ທຶນການສຶກສາຟຣີຈາກໂຮງຮຽນນາໆຊາດ
5.10.2021 ເດັກຕົວນ້ອຍໆ!ໂດ່ງດັງຊົ່ວຄໍ່າຄືນຍ້ອນຂາຍເຄື່ອງອອນລາຍເວົ້າຈົນນໍ້າໄຫລໄຟສະຫວ່າງ ຫລ້າສຸດໂຮງຮຽນນາໆຊາດປັນຍາທິບ ເຊິ່ງເປັນໂຮງຮຽນເອກະຊົນໃຈໃຫຍ່ຕັດສິນໃຈສານຝັນ ແລະ ສະຫນັບສະຫນູນໃຫ້ເດັກລາຍນີ້ຮຽນຟຣີຈົບມໍ7 ທັງໆທີ່ຄ່າຮຽນແພງບໍ່ທໍາມະດາຕາມຫລັກສູດສາກົນ,ຄາດວ່າຫລາຍຮ້ອຍຫລາຍພັນໂດລາຕໍ່ເທີມ.
ຈາກຂໍ້ມູນໃນສື່ສັງຄົມອອນເວົ້າເຖີງເດັກພອນສະຫວັນ ແລະ ສະຫລຽວສະຫລາດດ້ານຕະຫລາດບໍ່ຄືໃຜພວມຮ້ອນແຮງ ແລະ ໂດ່ງດັງຂ້າມປະເທດປະເທດລາວຈົນອອກຂ່າວໃນໂທລະພາບໄທຣັດ,ຂ່າວສົດ ແລະ ອື່ນໆ.
ມື້ນີ້ກະເປັນມື້ທີ່ທາງຄອບຄົວໄດ້ເຂົ້າໄປເຊັນສັນຍາມອບທຶນການສຶກສາ ທາງຄອບຄົວເຮົາຕື້ນຕັນໃຈ ດີໃຈຈົນນໍ້າຕາອອກເລີຍບໍ່ຄິດວ່າຈະມີມື້ນີ້ ກ່ອນອື່ນຕ້ອງຂໍຂອບໃຈ
ທາງເອື້ອຍເບ ຜູ້ອຳນວຍການ ເຈົ້າຂອງໂຮງຮຽນນານາຊາດ ປັນຍາທິບ ທີ່ໄດ້ມອບທຶນການສຶກສາໃຫ້ແກ່ ນ້ອງແຊນດີ້ ຕັ້ງແຕ່ ມໍ1 – ມໍ7 ຈົນຈົບ High School ເລີຍແມ່ນຮຽນຟີກິນຟີຈົນກວ່າຈະຮຽນຈົບເລີຍ ຂອບໃຈທີ່ເພິ່ນເຫັນເຖິງຄວາມສາມາດ ຄວາມຕັ້ງໃຈ ເຫັນພອນສະຫວັນຂອງນ້ອງແຊນດີ້ ແລະນີ້ກະຄືລາງວັນຂອງຄົນເກັ່ງ ລາງວັນຂອງຄົນກະຕັນຍູ ຂໍໃຫ້ຫລານແຊນດີ້ຕັ້ງໃຈຮຽນເຮັດໃຫ້ເຕັມທີ່ ເຮັດໃຫ້ທຸກຄົນພາກພູມໃຈ ສູ້ໆ