ກອງພັນເຄື່ອນທີ ນວ ຈັບໄດ້ຜູ້ລັກລອບຫຼີ້ນການພະນັນ (ໝາກກຸ້ງ-ໄກ້) 12 ຄົນ

ກອງພັນ 08 ແກ້ໄຂກຸ່ມມົ້ວສຸມຫຼີ້ນການພະນັນ(ໝາກກຸ້ງ-ໄກ່) ໃນວັນທີ 5 ຕຸລາ 2021 ເຈົ້າໜ້າທີ່ ກອງພັນປ້ອງກັນເຄື່ອນທີ່ ນວ ໄດ້ອອກກວດກາລາດຕະເວນເພື່ອຮັກສາຄວາມສະຫງົບ ໃນຟື້ນທີ່ ນວ

ມາຮອດເວລາ 17:00 ໂມງ ຂອງວັນດຽວກັນໄດ້ພົບເຫັນກຸ່ມມົ້ວສຸມຫຼີ້ນການພະນັນທີ່ຕ້ອງຫ້າມ (ໝາກກຸ້ງ-ໄກ່) ຢູ່ເຮືອນຂອງ ນາງ ເກດສຸລິນ ຈັນທະລາ ອາຍຸ 34 ປີ ບ້ານນາໄຫ ໜ່ວຍ 75 ເມືອງຫາດຊາຍຟອງ ນວ ມີທັງໝົດ 12 ຄົນ, ຍິງ 10 ຄົນ ພ້ອມດ້ວຍອຸປະກອນການຫຼີ້ນພະນັນຄື: ແຜ່ນ ກຸ້ງ-ໄກ່ ຈຳນວນ 3 ແຜ່ນ, ເຈົ້າໜ້າທີ່ ຈຶ່ງໄດ້ນຳຕົວພວກກ່ຽວ ມາກອງພັນປ້ອງກັນເຄື່ອນທີ່ ນວ ສຶກສາອົບຮົມກ່າວເຕືອນ ແລະ ປັປໃໝຕາມລະບຽບການ.

ກອງບັນຊາການ ປກສ ນວ ຮຽກຮ້ອງສັງຄົມ ຈົ່ງປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນການເຄື່ອນໄຫວ ທີ່ຜິດຕໍ່ກົດໝາຍບ້ານເມືອງ ອັນນຳໄປສູ່ຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ສັງຄົມ ໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອດແອັບ 020 28899774 ຫຼື ຊ່ອງທາງເຟັສບຸກ ປກສ ນວ.

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *