ສາວນ້ອຍຄົນເກັ່ງອີກໜື່ງຄົນ (ນ້ອງນ້ຳໃສ) ໄດ້ຮັບທືນການສຶກສາຟຣີ ຈາກໂຮງຮຽນນານາຊາດອົດສະຕາລີ

ດີໃຈນຳຫຼານນ້ອຍ ນໍ້າໃສ ດັງແຕ່ນ້ອຍ ໄດ້ທຶນຮຽນຟຼີໄປເລີຍ ຂອບໃຈໂຮງຮຽນນານາຊາດອົດສະຕາລີ The Australian International School ( AIS International School Laos ) ທີ່ໃຫ້ການສະໜັບສະໜູນ.

ດີໃຈນຳ!​ ນ້ອງນ້ຳໃສ ໄດ້ທຶນຮຽນຟຣີ ຢູ່ໂຮງຮຽນນານາຊາດນ້ອງ​ ນ້ຳໃສ​ (ສຸນິດາ ທຸມມະລີ)​ ເປັນເດັກນ້ອຍຜູ້ໜຶ່ງທີ່ໂດ່ງດັງໃນສື່ສັງຄົມອອນລາຍ​

ໂດຍນ້ອງຈະອັດຄຣິບວີດີໂອລົງ​ທັງ​ Facebook​ ແລະ​ Tiktok ເວົ້າກ່ຽວກັບການເຕືອນເດັກນ້ອຍຫ້າມບໍ່ໃຫ້ຫຼີ້ນໂທລະສັບຫຼາຍ,​ ຫຼີ້ນເກມຫຼາຍ ໂດຍຈະເວົ້າຜົນເສຍຕ່າງໆ​ແບບໃຫ້ເປັນຕາຢ້ານ

ເຊິ່ງເຮັດໃຫ້ຫຼາຍຄົນຕ້ອງໄດ້ເບິ່ງຄຳເຕືອນຈາກນ້ອງ. ເມື່ອບໍ່ດົນມານີ້ ນ້ອງນ້ຳໃສ​ ແມ່ນໄດ້ຮັບທຶນຮຽນຟຣີຢູ່ໂຮງຮຽນນານາຊາດ Lao​ Auatralia​ International​ School.​ ສະແດງຄວາມດີໃຈນຳນ້ອງ ແລະ​ ຄອບຄົວ​ດ້ວຍ.

 

 

Author: PP

Leave a Reply

Your email address will not be published. Required fields are marked *