
“ພຣະອາຈານ ຄຳຕູ້ ຜະລິດຢາປົວໂຄວິດ-19 ໄດ້” ຄວາມຈິງແທ້ບໍ? ຖ້າແມ່ນຄວາມຈິງກໍເປັນເລື່ອງທີ່ດີ
ທີ່ມີຂ່າວອອກມາວ່າ: ຮືຮາທົ່ວນະຄອນປາກເຊ ແລະ ສປປ ລາວ ພຣະອາຈານ ຄຳຕູ້ ອິນທະວົງ ວັດດົງເກາະໂລງ ນະຄອນປາກເຊ ແຂວງຈຳປາສັກ ສາມາດຜະລິດຢາປົວໂຄວິດ-19 ໄດ້.
ກອງປະຊຸມຄົ້ນຄວ້າແລະຮັບຮອງຢາພື້ນເມືອງເພື່ອຕ້ານພະຍາດໂຄວິດ19ທີ່ສຳນັກງານປົກຄອງແຂວງຈໍາປາສັກ. ໃນວັນທີ 06/08/2021 ທີ່ສຳນັກງານປົກຄອງແຂວງຈຳປາສັກໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ຮັບຮອງຢາພື້ນເມືອງເພື່ອປິ່ນປົວ ແລະ ຮັກສາຜູ້ປ່ວຍທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ແຂວງຈຳປາສັກ.
ໃຫ້ກຽດເປັນປະທ່ານໂດຍ ທ່ານ ປອ ວິໄລວົງ ບຸດດາຄຳ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ,ເຂົ້າຮ່ວມມີ ທ່ານ ສຈ.ດຣ ພອນເທບ ພົລເສນາ, ພຣະປຣີຊາອາຄົມວິພູສິດລິດທິວົງມຸນີ (ຮສ.ປອ ຄຳຕູ້ ອິນທະວົງ) ຮອງເຈົ້າຄະນະແຂວງ,ຫົວໜ້າກຳມາທິການສາລະນຸປະການແຂວງ ແລະ ມີພະແນກສາທາລະນະສຸກ,ຜູ້ອຳນວຍການໂຮງໝໍແຂວງຈຳປາສັກ, ພະນັກງານແພດໝໍພາກສະໜາມເຂົ້າຮ່ວມ
ໃນກອງປະຊຸມຄັ້ງນີ້ ທ່ານເຈົ້າແຂວງໄດ້ຮັບຮອງເອົາຢາພື້ນເມືອງ ເພື່ອປິ່ນປົວຄວບຄູ່ກັບຢາທາງວິທະຍາສາດ ເພື່ອຮັກສາຄົນປ່ວຍໂຄວິດໃຫ້ຫາຍດີເປັນກ້າວໆ ຂັ້ນທົດລອງຢາແລະປິ່ນປົວດ້ວຍສູດພື້ນສະໝຸນໄພພື້ນເມືອງ
ທີ່ມາ: