
ແຈ້ງການເຖິງ: ພົນລະເມືອງລາວ, ພະສົງລາວ, ນັກສຶກສາລາວ ແລະ ແຮງງານລາວ ໃນກຸງເທບມະຫານະຄອນ
.ເລື່ອງ: ການສັກຢາວັກຊີນຕ້ານເຊື້ອພະຍາດໂຄວິດ-19. ສະຖານເອກອັກຄະລັດຖະທູດແຫ່ງ ສປປ.ລາວ ປະຈຳຣາຊະອານາຈັກໄທ ຂໍແຈ້ງມາຍັງພົນລະເມືອງລາວ, ພະສົງລາວ, ນັກສຶກສາລາວ ແລະ ແຮງງານລາວ ທີ່ຢູ່ໃນກຸງເທບມະຫານະຄອນ
ຊາບວ່າ: ສະຖານເອກອັກຄະລັດຖະທູດແຫ່ງ ສ.ປ.ປ ລາວ ຈະຮ່ວມກັບສຳນັກງານກຸງເທບມະຫານະຄອນ ແລະ ໂຄງການຈິດອາສາຮັກສາພະຍາດ, ໂຄວິດ-19 ເພື່ອມິດຕະພາບ ລາວ-ໄທ 70 ປີ ຈະຈັດສັກຢາວັກຊີນໃຫ້ແກ່ພົນລະເມືອງລາວ, ພະສົງລາວ, ນັກສຶກສາລາວ ແລະ ແຮງງານລາວ ທີ່ຢູ່ໃນເຂດກຸງເທບມະຫານະຄອນ
ໃນໄລຍະແຕ່ວັນທີ 26-28 ຕຸລາ 2021, ເວລາ 09:00-16:00 ໂມງ ທີ່ສູນ SCG (ເອສຊີຈິ) ອາຄານເລກທີ 30 ເຂດບາງຊື່, ໂດຍຈະສັກຢາວັກຊີນແບບປະສົມຄື: ເຂັ້ມທີ່ໜຶ່ງສັກຢາວັກຊີນ SinoVac ແລະ ຕໍ່ໄປຈະສັກຢາວັກຊີນ AstraZeneda ເປັນເຂັມທີສອງ,
ສະນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມປະສົງ ແລະ ສະໜັກໃຈຈະຮັບການສັກຢາວັກຊີນໃຫ້ປະຕິບັດດັ່ງນີ້: ດັ່ງນັ້ນ, ຈຶ່ງແຈ້ງມາຍັງພົນລະເມືອງລາວ, ພະສົງລາວ, ນັກສຶກສາລາວ ແລະ ແຮງງານລາວ ເພື່ອຮັບຊາບຕາມທາງຄວນ.