
ທະຫານກອງຮ້ອຍຊາຍແດນ 241 ນຳຕົວກຸ່ມໄວລຸ້ນ 6 ຄົນ ທີ່ລະເມີດຄຳສັ່ງ 15/ນຍ ສຶກສາອົມຮົບ ແລະ ກັກກັນ ເວລາ 11:30 ໂມງ ຂອງວັນທີ 6 ຕຸລາ 2021 ເຈົ້າໜ້າທີ່ທະຫານ ກອງຮ້ອຍຊາຍແດນ 241 ໄດ້ເຂົ້າກັກຕົວກຸ່ມໄວລຸ້ນ ທີ່ຕັ້ງວົງຊຸມແຊວ ດື່ມເຫຼົ້າ, ເບຍ ເປີດສຽງເພງເນື່ອງນັນ ຢູ່ດອນກາງຂອງ ລະຫວ່າງ ບ້ານດອນກາງຂອງ ເມືອງສັງທອງ ແລະ ອຳເພີສັງຄົມ (ປະເທດໄທ) ຈຳນວນ 6 ຄົນ, ຍິງ 1 ຄົນ ທີ່ລະເມີດຄຳສັ່ງເລກທີ 15/ນຍ, ລົງວັນ 21 ເມສາ 2021
ຈຶ່ງໄດ້ນໍາເອົາຕົວກຸ່ມໄວລຸ້ນດັ່ງກ່າວ ພ້ອມທັງເຮັດບົດບັນທຶກ ແລ້ວມອບໃຫ້ອໍານາດການປົກຄອງບ້ານ ນຳໄປກັກກັນຕົວຢູ່ບ້ານ 14 ວັນ ຕາມກໍານົດຂອງຄະນະສະເພາະກິດວາງອອກ ເພື່ອຊອກຫາເຊື້ອພະຍາດໂຄວິດ-19, ການກັກຕົວຄັ້ງນີ້ ພວກກ່ຽວຈະໄດ້ຮັບຜິດຊອບຄ່າໃຊ້ຈ່າຍການກິນຢູ່ເອງທັງໝົດ ເພາະເປັນການກະທໍາໂດຍເຈດຕະນາ ລະເມີດຕໍ່ແຈ້ງການ 37/ຈນວ ລົງວັນທີ 30 ກັນຍາ 2021.
ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງສັງຄົມ ຈົ່ງປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ໃນການຮັກສາຄວາມສະຫງົບ ຖ້າພົບເຫັນການເຄື່ອນໄຫວ ທີ່ຜິດຕໍ່ກົດໝາຍ ນໍາໄປສູ່ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ແຈ້ງມາທີ່ເບີ 020 2889 9774 ຫຼື ຊ່ອງທາງເຟັສບຸກ ປກສ ນວ