
ຈາກຜູ້ໃຊ້ເຟສບຸກຊື່ Mayry Phetsangdara ໄດ້ໂພສໃນວັນທີ 09/10/2021 ວ່າ: ສະບາຍດີ!ຂ້ອຍເປັນຜູ້ໜຶ່ງທີ່ເປັນຄູອາສາສະໝັກມາໄດ້7ປີບໍ່ໄດ້ໂຕເລກລັດຖະກອນ ບໍ່ມີເງິນເດືອນ ທຸກມື້ໄປສອນນັກຮຽນມີແຕ່ຄິດວ່າຊິຫາເງິນໃສເຕີມນໍ້າມັນຊື້ຢູ່ຊື້ກິນ ຜູ້ເປັນລັດຖະກອນໄດ້ເງິນເດືອນ ເງິນອອກຊ້າເດືອນ1ກະຈົ່ມວ່າບໍ່ມີເງິນໃຊ້(ຢ່າດ່າມ່າເດີແຄ່ເວົ້າສົມທຽບ) ແລ້ວຄູອາສາເດເປັນ6-7ປີບາງຄົນກະຮອດ10ປີບໍ່ໄດ້ເງິນເຂົາຢູ່ໄດ້ແນວໃດ ຢູ່ໄດ້ຍ້ອນຄວາມອົດທົນ ຄວາມຮັກມັກໃນອາຊີບຄູ
ຄູອາສາບາງຄົນໄດ້ໄປສອນບ່ອນຫ່າງໄກບ້ານ ຫົນທາງທຽວກະຍາກຂີ່ລົດບໍ່ແຂງລົດລົ້ມແຂນຫັກຂາຫັກກະມີ ກະເປັນຕາອີຕົນເຂົາເດ້ເນາະ (ໂຕເອງຍັງເອົາໂຕບໍ່ລອດໄປອີຕົນຜູ້ອື່ນ555ກະວ່າໄປ) ກັບມາເວົ້າເລື່ອງຂ້ອຍຕໍ່ ຕອນຈົບມໍ7ໄດ້ລົມກັບພໍ່ແມ່ວ່າຊິໄປຮຽນຕໍ່ວີຊາຊີບຄູເພາະໃຈມັກ ພໍ່ແມ່ວ່າບໍ່ມີເງິນ ເລີຍຕົກລົງກັນໄດ້ໄປຊອກເງິນຢູ່ໄທໄປເປັນລູກຈ້າງອົດທຸກອົດຍາກສົ່ງເງິນໃຫ້ຂ້ອຍ.ແລະໃນທີ່ສຸດຂ້ອຍກະຮຽນຈົບ
ພໍ່ແມ່ກະດີໃຈແຮງກັບມາບ້ານບໍ່ກັບໄທອີກ ຖ້າກິນເງິນເດືອນລູກວ່າຊ້ານ ຖ້າຈົນຕອນນີ້ແມ່ຂ້ອຍໄດ້ເສຍຊີວິດແລ້ວ ຍັງບໍ່ໄດ້ລັດຖະກອນ ຂ້ອຍຄິດແຕ່ວ່າຕອນນີ້ຊິເອົາເງິນໃສລ້ຽງຕົນເອງລ້ຽງນ້ອງແລະຄອບຄົວ ເລີຍຕັດສິນໃຈລາອອກ ໄປຊອກວຽກອື່ນເຮັດ ເພາະສອນໄປກະບໍ່ມີວີ່ແວວວ່າຈະໄດ້ບັນຈຸເປັນຄູລັດຖະກອນ
ໃນໃຈກະຄິດວ່າຍ້ອນເຮົາບໍ່ມີເງິນ ຫລື ເສັ້ນສາຍ ຫລື ຍ້ອນສາເຫດຫຍັງສອນມາຫລາຍປີປານນີ້ຄືບໍ່ໄດ້ ທ້າຍນີ້ກະຂອບໃຈຄູແລະພໍ່ແມ່ນັກຮຽນທີ່ລ້ຽງເຂົ້າລ້ຽງນໍ້າໃນໄລຍະທີ່ສອນມາ
ຂອບໃຈຜົວທີ່ສົ່ງເງິນໃຫ້ເຕີມນໍ້າມັນລົດໄປສອນເປັນເວລາ7ປີເຕັມຮຽນຈົບແລ້ວເອົາຜົວກະດີແນວນີ້ແລະເດີ້ຈຸເຈົ້າ ຂອບໃຈທຸກຄົນທີ່ເສຍລະຫລະເວລາອ່ານແລະຮັບຊົມ.
ທີ່ມາ: