
ອີກຄັ້ງບົດຂອບໃຈ ຈາກພຣະສົງຕິດເຊື້ອໂຄວິດ19ທີ່ແຂວງສະຫວັນນະເຂດ,ຂໍຂອບໃຈຈາກກົ້ນບຶ້ງ ຂອງຫົວໃຈ ພຣະເນນທີ່ຕິດເຊື້ອໂຣກພະຍາດໂຄວິດ-19 ໂດຍ: ພຣະອາຈານ ສໍລະສິນ ໃສສະຫວັນ ວັດເພັງໂພໄຊຍະຣາມ ບ້ານ ສະໜາມໄຊ ນະຄອນໄກສອນພົມວິຫານ
ແຂວງ ສະຫວັນນະເຂດ ວັນທີ28/09/2021 ຕິດເຊື້ອໄວ ລັ ດໂ ຣກ ໂຄ ວິ ດ19 ສາຍພັນເດວຕ້າ ວັນທີ 13/10/2021 ໝໍບອກວ່າ ກັບວັດໄດ້ ໂຣກໂຄວິດ ໂຣກໂຄໂລນາ ມັນອອກຈາກຮ່າງກາຍໄປລຽບລ້ອຍແລ້ວ (ດີແລ້ວ) ຕິດເຊື້ອໂຄວິດໃນຄັ້ງນີ້ ຖືວ່າເປັນບົດຮຽນອັນໃຫຍ່ຫຼວງທີ່ສຸດ ສຳລັບ ຂ້າພະເຈົ້າເອງ.
1.ໄດ້ຮຽນຮູ້ກ່ຽວກັບການຮັກສາຕົວ ເພື່ອບໍ່ໃຫ້ໂຣກໂຄວິດ ມາບຽດບຽນໄດ້.
2.ໄດ້ຮູ້ຈັກບັນຫາຂອງຄົນຜູ້ທີ່ຕິດເຊື້ອໂຣກໂຄວິດ ວ່າມັນຍາກມັນງ່າຍຊຳໃດ.
3.ໄດ້ຮູ້ຈັກ ກ່ຽວກັບ ເປັນຫຍັງຄົນທີ່ຕິດເຊື້ອໂຄວິດ ແລ້ວ ສັງຄົມຫຼັງກຽດ ແລະ ຄົນຢ້ານທີ່ສຸດ.(ຢ້ານຕິດເຊື້ອ).
ຈຳນວນ ພຣະເນນ ທີ່ຕິດໂຣກໂຄວິດ 19 ຄັ້ງນີ້ ແມ່ນ 37 ອົງ-ວັດເພັງໂພໄຊຍະຣາມ 36 ອົງ, -ວັດບຸບຜາຣາມ 1 ອົງ -ລວມ 37 ອົງ ການປິ່ນປົວ ຖື ວ່າປອດໄພໝົດທຸກອົງ (ດີໝົດທຸກອົງ).
ອີກເທື່ອໜຶ່ງ ກໍຂໍຂອບໃຈນຳການນຳຂັ້ນແຂວງ-ຂັ້ນນະຄອນ ແລະ ຂັ້ນບ້ານ ທີ່ໄດ້ເອົາໃຈໃສ່ດູແລເບິ່ງແຍງເປັນຢ່າງດີ ອຸປະຖຳທາງດ້ານອາຫານການກິນ ຕັ້ງແຕ່ມື້ທຳອິດ ຈົນຮອດມື້ສຸດທ້າຍ. ກໍຂໍຂອບໃຈ ນຳພະຍາບານແພດໝໍທຸກໆຄົນທີ່ໄດ້ເອົາໃຈໃສ່ປິ່ນປົວພຣະເນນໃຫ້ຫາຍດີເປັນປົກກະຕິ. ແລະ ກໍຂໍຂອບໃຈນຳພໍ່ແມ່ຄູບາອາຈານ ແລະ ອອກຕົ້ນຍາດໂຍມ ທຸກອົງ ທຸກທ່ານ ທຸກຄົນ ທັງພາຍໃນແລະ ຕ່າງປະເທດ ທີ່ເປັນຫ່ວງເປັນໄຍນຳພຣະເນນທີ່ຕິດເຊື້ອໂຣກໂຄວິດໃນຄັ້ງນີ້ ໃຫ້ທັງກຳລັງກາຍ,ກຳລັງໃຈແລະກຳລັງຊັບ.
ຄູບາອາຈານ ແລະ ອອກຕົນຍາດໂຍມ ໄດ້ຊ່ວຍສຸດຄວາມສາມາດ ບໍ່ວ່າທາງດ້ານການອຸປະຖຳຄ້ຳຊູ້ ທາງດ້ານອາຫານການກິນ ເຄື່ອງອຸປະໂພກບໍລິໂພກ ແລະ ຫາຢາສະໝຸນໄພ ,ຢາຫຼວງ ແລະ ປັດໄຈເງິນຄຳ ຟາກເຂົ້າໄປໃຫ້ຢູ່ໂຮງໝໍພາກສະໜາມ ສູກຫຼັກ9ແລະສູນອັບເກນ ໃຫ້ຕົ້ມ,ໃຫ້ອາບແລະໃຫ້ກິນ ຂໍອະນຸໂມທະນາບຸນນຳພໍ່ແມ່ຄູບາອາຈານ ແລະ ອອກຍາດໂຍມ ໝົດທຸກອົງ ແລະ ໝົດທຸກທ່ານ ທຸກຄົນ ຂໍໃຫ້ຄຸນພຣະພຸດທະເຈົ້າຈົ່ງປົກປ້ອງຄຸ້ມຄອງ ໃຫ້ຄູບາອາຈານແລະສັດທາຍາດໂຍມ ຂໍຈົ່ງປາສະຈາກໂຣກໄພໄຂ້ເຈັບນາໆປະການດ້ວຍເທີດ ສາທຸ.
ຂໍຂອບໃຈ ນີ້ຄືການເອົາຄວາມໄຊຊະນະສົງຄາມໂຣກລະບາດພະຍາດໂຄວິດ19 ຄັ້ງຍິ່ງໃຫຍ່ ເຮົາຕ້ອງເຮົາຊະນະມັນໃຫ້ໄດ້) ຖ້າຜູ້ໃດຢາກຮູ້ກ່ຽວກັບ ອາການ ການຕິດເຊື້ອໂຣກໂຄວິດ 19 ອາການເປັນແບບໃດ ແລະ ຢາກຮູ້ວິທີຮັກສາປິ່ນປົວໃຫ້ຫາຍດີ ໃນໄລຍະ 8 ວັນ ໃຫ້ໂທຊອບຖາມໄດ້ເດີ ໂທ ພຣະອາຈານ ສໍລະສິນ ໃສສະຫວັນ 020 97575978,02022638491 ທີ່ມາ: ໜ້າຂ່າວຊາວພຸດ