
ເມື່ອອາທິດຜ່ານມານີ້ ສື່ສັງຄົມອອນລາຍຂອງກຳປູເຈຍເຜີຍແຜ່ວ່າ: ສຸດແປກ ນ້ອງສາວກັບອ້າຍແຕ່ງງານກັນເອງ ເຮັດໃຫ້ທັງໂຊຊຽວສະໜັ່ນຫວັ່ນໄຫວ ແລະ ວິພາກວິຈານໄປຕ່າງໆນານາ.
ແຕ່ເປັນເລື່ອງທີ່ອ່ານແລ້ວໜ້າສົງສານສຸດໆ ຄືເລື່ອງມີຢູ່ວ່າ ອ້າຍຜູ້ເປັນເຈົ້າບ່າວ ເປັນຄົນພິການ ໄດ້ມັກຮັກກັບສາວຄົນໜຶ່ງກໍນຶກວ່າແມ່ນເນື້ອຄູ່ພ້ອມທີ່ຈະຢູ່ຄຽງຂ້າງຕົນ ນຶກວ່າເປັນບຸນວາດສະໜາທີ່ກາຍາພິການກໍມີຄົນພ້ອມທີ່ຈະສູ້ນຳ ພ້ອມຕົກລົງປົງໃຈກັນ ວ່າຈະແຕດອງກັນ ແລ້ວມາຢູ່ກິນກັບຕົນ, ຈຶ່ງໄດ້ຈັດງານແຕ່ງຂຶ້ນຢ່າງສົມກຽດ. ສຸດທ້າຍ ເຈົ້າສາວເຜັ່ນໜີ ບໍ່ສົນໃຈໃຍດີໃນງານແຕ່ງ, ແຂກທີ່ຖືກເຊີນມາກໍທະຍອຍກັນເຂົ້າມາງານ ຈົນຕາແຈຈົນບໍ່ຮູ້ຈະເຮັດແນວໃດ ສຸດທ້າຍຜູ້ເປັນນ້ອງສາວຈຶ່ງຕັດສິນໃຈສະເໜີຕົວແຕ່ງຊຸດເຈົ້າສາວ ເພື່ອເຂົ້າພິທີແກ້ໜ້າແຂກຄົນໄວ້ກ່ອນ.
ຈຶ່ງເຮັດໃຫ້ເຫດການນີ້ໂດ່ງດັງສ້າງຄວາມງົງໃຫ້ກັບສັງຄົມບໍ່ໜ້ອຍ ຫຼ້າສຸດນ້ອງສາວຂອງຜູ້ເປັນເຈົ້າບ່າວໄດ້ໂພສວ່າ: “ບໍ່ເປັນຫຍັງເດີອ້າຍ ອ້າຍບໍ່ມີເຂົາກໍຍັງມີຄອບຄົວທີ່ອົບອຸ່ນຮັກແພງກັນດີ ສູ້ໆ” ພ້ອມເລື່ອງລາວກໍໄດ້ເຜີຍອອກມາຈຶ່ງເຮັດໃຫ້ສັງຄົມຫັນມາເຫັນໃຈ ແລະສົງສານເຂົາເປັນທີ່ສຸດ.