
10/10/2021 ມາເບິ່ງມາຕະການ ການປ້ອງກັນ ຍາດໂຄວິດ-19 ທີ່ຕະຫລາດບຶງທາດຫລວງ ນະຄອນຫລວງວຽງຈັນ ເຊິ່ງເປັນມາດຕະການຫນຶ່ງໃນການປ້ອງກັນ ແລະ ສ້າງຄວາມປອດໄພອີກຂັ້ນຫນຶ່ງຂອງຕະຫລາດແຫ່ງນີ້.
ແຕ່ແມ່ຄ້າ-ພໍ່ຄ້າ ໃນຮ້ານຕ່າງໆ ຕ້ອງອົດທົນກັບຄວາມຮ້ອນ ທີ່ເພີ່ມຂຶ້ນຍ້ອນມີຖົງຢາງມາບັງໜ້າຮ້ານທັງສີ່ດ້ານ … ກໍ່ຕ້ອງອົດເອົາເດີ ເພື່ອຄວາມປອດໄພທັງຜູ້ຂາຍ ແລະ ຜູ້ຊື້
ຜູ້ທີ່ຈະໄປຕະຫລາດບຶງທາດຫລວງ ຕ້ອງນຳໃບສັກຢາ ທີຄົບຖ້ວນໄປດ້ວຍເດີ ເພາະທາງເຈົ້າຫນ້າທີ່ ຈະກວດສອບ ແທກອຸນຫະພູມ ກວດໃບສັກຢາວັກຊິນ ວ່າຄົບແລ້ວບໍ່ ເພິ່ນຈຶ່ງໃຫ້ເຂົ້າຕະຫລາດໄດ້
ນອກນັ້ນແມ່ຄ້າ-ພໍ່ຄ້າທຸກຄົນກໍ່ຕ້ອງຫ້ອຍໃບສັກຢາໃຫ້ລູກຄ້າທຸກຄົນໄດ້ເຫັນ ເພື່ອເປັນການສ້າງຄວາມໝັ້ນໃຈອີກຂັ້ນຫນຶ່ງໃນການບໍລິການລູກຄ້າ.
ຂອບໃຈພາບ ແລະ ຂໍ້ມູນໂດຍ: houmphet manisouk