
ເລີ່ມແຕ່ທ້າຍປີ 2019 ເມືອງອູຮັ່ນ ແຫ່ງມົນທົນຫູເປີ່ຍໄດ້ປະເຊີນກັບການລະບາດຂອງພະຍາດໂຄວິດ ຫຼື ເວົ້າໄດ້ວ່າກາຍເປັນສູນກາງຂອງພະຍາດໂຄວິດ ເຮັດໃຫ້ຜູ້ຄົນລົ້ມຫາຍຕາຍຈາກຈຳນວນຫຼາຍ ຍ້ອນຕອນນັ້ນຍັງບໍ່ທັນຫາຢາປົວໂຄວິດໄດ້ ທຸກຢ່າງມັນມືດໄປໝົດທາງດຽວທີ່ຊ່ວຍໄດ້ຄືລັອກດາວທົ່ວເມືອງ ປານເມືອງຮ້າງປະຊາຊົນອອກໄປໃສບໍໄດ້ ພື້ນທີ່ເກີດເຫດຕ້ອງເລັ່ງສ້າງໂຮງໝໍພາກສະໜາມຂະໜາດໃຫຍ່ ເພື່ອຮອງຮັບຜູ້ປ່ວຍຈົນກາຍເປັນແບບຢ່າງໃຫ້ຫຼາຍປະເທດໃນໂລກນີ້.
ເມືອງອູຮັ່ນ ເປັນເມືອງເອກຂອງມົນທົນຫູເປີ່ຍ ຕັ້ງຢູ່ທາງຕອນກາງຂອງປະເທດຈີນ ຖ້າເດີນທາງຈາກປັກກິ່ງໄປດ້ວຍລົດໄຟຄວາມໄວສູງພຽງ 5 ຊົ່ວໂມງເທົ່ານັ້ນ.
ອູຮັນເປັນທີ່ຕັ້ງຂອງແມ່ນ້ຳຢັງຊີກຽງທີ່ພວກເຮົາຮຽນຮູ້ໃນພູມສາດ ເຊິ່ງເປັນແມ່ນ້ຳທີ່ໃຫຍ່ ແລະຍາວສຸດໃນອາຊີ ແລະເປັນອັນດັບ3 ຂອງໂລກ ລະຫວ່າງອູຮັ່ນເຊື່ອມໄປຍັງເມືອງອື່ນໆແມ່ນມີຂົວຂ້າມລວມກັນເຖິງ 11 ແຫ່ງ ໃນນັ້ນລົດໄຟຄວາມໄວສູງ ແລະລົດໄຟໃຕ້ດິນລ້ວນຜ່ານແມ່ນ້ຳຢັງຊີກຽງທັງນັ້ນ ລົດໃຕ້ດິນກໍ່ລອດຢູ່ພື້ນນ້ຳ ຖືເປັນເມືອງທີ່ກ້າວໜ້າທັນສະໄໝແຫ່ງໜຶ່ງຂອງຈີນ.
ທີ່ນີ້ເປັນຖານການຜະລິດລົດຍົນຫຼາຍຍີ່ຫໍ້ ເປັນຄົນ Dongfeng, Nissan, Honda, General Motors, Citroen ນອກນັ້ນຍັງເປັນແຫຼ່ງຜະລິດອຸປະກອນເອເລັກໂຕຣນິກຫຼາກຫຼາຍຍີ່ຫໍ້ ເຊັ່ນ Bosch และ R&D center ຂອງ Xiaomi .
ອູຮັ່ນຍັງມີດີທີ່ການສຶກສາຖືເປັນໜຶ່ງໃນ 10 ທີ່ມີຊື່ສຽງຂອງປະເທດ ມີມະຫາວິທະຍາໄລເຖິງ 59 ແຫ່ງ ຈິ່ງບໍ່ແປກວ່າເມືອງນີ້ຈະມີຜູ້ຄົນອາໄສຢູ່ຢ່າງໜາແໜ້ນ ທັງຄົນຈີນເຂົາເອງ ແລະຄົນຕ່າງປະເທດທີ່ໄປສຶກສາຮ່ຳຮຽນ, ເຮັດທຸລະກິດເປັນຈຳນວນຫຼາຍ ແລະສະຖານທີ່ກໍ່ໜ້າທ່ຽວ ເປັນເມືອງທີ່ສະອາດສະອ້ານ ມີຖະໜົນຄົນຍ່າງ ພ້ອມຊຸບເປີມາດ, ຮ້ານອາຫານແຊບເປີດແຕ່ເຊົ້າຮອດຄ່ຳໃນລາຄາທີ່ຈັບຕ້ອງໄດ້.
ທີ່ສຳຄັນທຸກວັນນີ້ ເມືອງອູຮັ່ນແມ່ນປະຊາຊົນທຸກຄົນຢູ່ເຢັນເປັນສຸກ ຜູ້ຄົນໄປທ່ອງທ່ຽວ, ທຳມາຫາກິນໄດ້ສະດວກສະບາຍແລ້ວ ເວົ້າໄດ້ວ່າ ສປ ຈີນເປັນປະເທດທີ່ເກີດການລະບາດກ່ອນໝູ່ ແຕ່ເພີ່ນຟື້ນຕົວໄດ້ໄວຫຼາຍ ທຸກວັນນີ້ເຊື່ອວ່າຫຼາຍໆຄົນອິດສາເພິ່ນແນ່ນອນ.
ລະບົບບໍລິຫານຈັດການດີ