ເກີດອຸບັດຕິເຫດ..!! ລົດໃຫຍ່ ປະທະ ກັບລົດໃຫຍ່ທາງພູເກົ້າຫຼັກ ເສຍຊີວິດ 1 ຄົນ

ອຸບັດຕິເຫດ​ລົດໃຫ່ຍປະທະລົດໃຫ່ຍ ຜູ້ບາດເຈັບ​ 4 ຄົນ ແລະ ເສຍຊີວິດ 1 ຄົນ ອີງຕາມການລາຍງານຂອງໜ່ວຍກູ້ຊີບອົງການກາແດງລາວ ແຂວງຫຼວງພະບາງ ໃນວັນທີ 10 ຕຸລາ 2021 ຜ່ານມາ, ເວລາປະມານ 14:34 ໂມງ

ໄດ້ຮັບແຈ້ງຂ່າວຈາກປະຊາຊົນຜ່ານເບີ 071 1625 ວ່າ​: ເກີດມີ​ອຸບັດຕິເຫດ​ລົດໃຫຍ່ປະທະລົດໃຫຍ່ ຢູ່ເຂດບ້ານນາເມືອງ ເສັ້ນທາງພູເກົ້າຫຼັກ ເມືອງນານ ແຂວງຫຼວງພະບາງ.

ດັ່ງນັ້ນໜ່ວຍກູ້ຊີບອົງການກາແດງລາວ ຈຶ່ງໄດ້ອອກກວດສອບພົບເຫັນຜູ້ບາດເຈັບທັງໝົດ ຈໍານວນ 2 ຄົນ ເພດຊາຍ, ເສຍຊີວິດ 1 ຄົນ​.

ຜູ້ບາດເຈັບຜູ້ທີ 1 ມີບາດແຜຢູ່ຂາໂຕ້ເບື້ອງຊ້າຍ ແລະ ແໜ້ນໜ້າເອິກ (ບໍ່ປະສົ່ງໄປໂຮງໝໍ)

ຜູ້ທີ 2 ມີບາດແຜຕະເຫຼີ້ນຢູ່ແຂນສອກເບື້ອງຊ້າຍ, ເຈັບບ່າໄຫຼ່ເບື້ອງຊ້າຍ.

ອີກ 2 ຄົນແມ່ນນຳສົ່ງໂຮງໜໍນາເມືອງກ່ອນ ຜູ້ເສຍຊິວິດ ຊື່ທ້າວ ກຸດສະລາດ ອາຍຸ 48 ປີ ບ້ານເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ

.

.

 

Author: PP

Leave a Reply

Your email address will not be published. Required fields are marked *