
ຄູ່ມື ການລ້ຽງ ແລະ ເຕັກນິກການປະສົມພັນປາໄນ ແບບມືອສຊີບ ມີດັ່ງນີ້
I. ຄຸນປະໂຫຽດຂອງການລ້ຽງປາໄນ.
ປາໄນເປັນປາທີ່ນິຍົມກັນລ້ຽງມາແຕ່ດົນນານຕາມທ້ອງຖິ່ນຕ່າງໆ ໃນລາວ ແລະ ມີຢູ່ຕາມແມ່ນ້ໍາ ລໍາເຊຫ້ວຍຮ່ອງ, ຄອງບຶງ, ເປັນປາທີ່ລ້ຽງງ່າຍທົນຕໍ່ສະພາບແວດລ້ອມໄດ້ດີ. ຊີ້ນປາກິນງ່າຍລະລາຍ ດີບໍ່ເປັນອັນຕະລາຍຕໍ່ສຸຂະພາບໂດຍສະເພາະຜູ້ສູງອາຍຸເພາະປາເປັນອາຫານທີ່ມີທາດບໍາລຸງສູງ, ເຮັດໃຫ້ຮ່າງກາຍແຂງແຮງ, ຖ້າມີບ່ອນລ້ຽງທີ່ເຫມາະສົມ ແລະ ຮູ້ຈັກວິທີການລ້ຽງທີ່ດີຈະສາມາດ ຕອບສະຫນອງອາຫານໃຫ້ຄອບຄົວໄດ້ຢ່າງພຽງພໍ, ລ້ຽງຫລາຍສາມາດຂາຍສ້າງລາຍໄດ້ໃຫ້ແກ່ຄອບ ຄົວອີກດ້ວຍ.
II. ສະຖານທີ່ເຫມາະສົມການລ້ຽງປາໄນ
– ອຸນຫະພູມທີ່ເຫມາະສົມລະຫ່ວາງ 24 – 35 ອົງສາເຊ
– ເປັນບ່ອນທີ່ໃກ້ແຫລ່ງນ້ໍາເຊັ່ນ: ຫວ້ຍ, ຮ່ອງ, ຫນອງ, ບຶງ, ຊົນລະປະທານ, ຫ່າງຈາກບ່ອນທີ່ມີທາດເຄມີໄຫລຊຶມ.
– ບ່ອນລ້ຽງເປັນດິນຫນຽວ ຫລື ດິນປົນຊາຍດີທີ່ສຸດເປັນດິນຕົມບໍ່ຄວນເປັນເຂດດິນເຄັມ ແລະເປັນກົດສູງ, ລະດັບຄວາມເປັນກົດເປັນດັ່ງລະຫວ່າງ 5-9 PH, ເປັນບ່ອນທີ່ບໍ່ມີນ້ໍາອອກບໍ່.
– ປາໄນສາມາດລ້ຽງໄດ້ໃນນາເຂົ້າ, ໃນອ່າງຊີເມັນທີ່ມີຂະຫນາດ 4×4 ແມັດ. ຂຶ້ນໄປລ້ຽງໃນກະຊັງແຕ່ດີທີ່ສຸດແມ່ນລ້ຽງໃນຫນອງ, ຫນອງຕ້ອງເປັນດິນຕົ້ມມີຂະຫນາດ: ລວງກ້ວາງ 8 ແມັດ, ລວງຍາວ 10 ແມັດ ຫລື ໃນເນື້ອທີ່ 80 ຕາແມັດ, ຂຶ້ນໄປຄວາມເລິກຂອງຫນອງ 1 -1,50 ແມັດ, ແຄມຫນອງຕ້ອງມີຄວາມເນີນແບບກົ້ນຫມໍ້ຂາງ ຖ້າຫນອງເລິກ 1 ແມັດ, ຄວາມເນີນຕ້ອງມີ ລະຫວ່າງ 1,5 ແມັດ, ຖ້າຫນອງເລິກ 1,50 ແມັດ, ຄວາມເນີນຕ້ອງມີລະຫວ່າງ 2 ແມັດ.
ລັກສະນະຫນອງລ້ຽງປາໄນທີ່ຖືກຕ້ອງຄວນໃຫ້ມີຄວາມເນີນຫລາຍ ຫລື ອາດສ້າງເປັນຄືກົ້ນ ຫມໍ້ຂາງ
III, ເຕັກນິກການປະສົມພັນ
– ປາໄນ ສາມາດປະສົມພັນໄດ້ແຕ່ເດືອນ 2 ຫາເດືອນ 8 ແຕ່ມີໄຂ່ແກ່ສົມບູນແມ່ນແຕ່ເດືອນ 4-6 ປາໄນເປັນປາໄຂ່ຕິດ, ປະສົມພັນໄດ້ງ່າຍ, ສາມາດປະສົມໄດ້ທຸກເຂດແຂວງແຕ່ເຫນືອເຖິງໃຕ້.
– ປາໄນສາມາດປະສົມພັນກັນເອງໄດ້ໂດຍທີ່ບໍ່ໄດ້ສັກຢາກະຕຸ້ນກໍ່ໄດ້, ພຽງແຕ່ເຮົາກຽມພໍ່ແມ່ພັນໃຫ້ມີຄວາມພ້ອມ ແລະ ຍ້າຍບ່ອນເພີ່ມ ຫລື ຫຼຸດລະດັບນ້ໍາເດີມກໍ່ຈະປະສົມພັນກັນ ເອງແຕ່ເພື່ອໃຫ້ການຜະລິດລູກປາໄດ້ຮັບຜົນສູງເຮົາຄວນດໍາເນີນຕາມຂັ້ນຕອນຕ່າງໆດັ່ງນີ້:
1. ການກະກຽມອຸປະກອນທີ່ຈໍາເປັນ
– ກະຊັງຟັກໄຂ່ທີ່ເຮັດດ້ວຍແພນີລົງ ແລະ ແພແຍ່ງຂຽວ
– ຮັງໄຂ່ເຮັດດ້ວຍເຊືອກຟາງ ຫລື ຮາກຜັກຕົບ, ຮາກໄດ້
– ເຂັມສັກຢາເບີ້ ຂa ແລະ 24 ຢ່າງລະ 1 ດວງ
– ແພເຊັດ, ຊິງຊັ່ງນ້ໍາຫນັກ, ແອນ້ໍາ ( ຖ້າປະສົມໃສ່ອ່າງ), ຊາມໃຫ່ຍ
– ປາພໍ່ແມ່ພັນ (ຕາມມາດຕາສ່ວນປາແມ່ 1 ໂຕ ຕໍ່ ປາຜູ້ 2 ໂຕ )
– ຟອຍກ້ານພ້າວ ( ຖ້າປະສົມພັນໃສ່ອ່າງ)
– ຢາກະຕຸ້ນພໍ່ແມ່ພັນເຊັ່ນ: ຕ່ອມໃຕ້ສະຫມອງປາທີ່ໄດ້ຈາກປາປະເພດຕ່າງໆ ຫລື ຮໍໂມນສັງເຄາະຊຸບປີແຟັກ ( Suprefact ) ຢາໂມທີລຽມ (Motilium M), ນ້ໍາກັ່ນຢາຊູບຟີ ແຟັກ (Suprefact) ຢາເມັດໂມທີລຽມ ( Motillim M) ນ້ໍາກັ່ນ 2. ການກະກຽມສະຖານທີ່ປະສົມພັນປາໄນສາມາດປະສົມພັນໃນອ່າງ ຫລື ປະສົມໃສ່ຫນອງກໍ່ໄດ້ຮັບຜົນຄືກັນຖ້າຈະປະສົມໃສ່ ອ່າງຕ້ອງມີອ່າງຂະຫນາດ ສູງ 1 ແມັດ, ກ້ວາງ 2 ແມັດ, ຍາວ 2 ແມັດຂຶ້ນໄປ ແລະ ຕ້ອງກະກຽມ ຄວາມພ້ອມຕ່າງໆດັ່ງນີ້:
– ລ້າງອ່າງຂ້າເຊື້ອດ້ວຍດັ່ງທັບທິມ, ຢາເຫລືອງ, ຫລື ເກືອ (ໃຊ້ຢ່າງໃດຢ່າງຫນຶ່ງ) ປະໄວ້ໃຫ້ໄດ້ 2ອ່າງ
– ເອົານໍ້າໃສ່ອ່າງທັງສອງທີ່ລ້າງສະອາດແລ້ວໃຫ້ໄດ້ 50 ຊັງຕີແມັດ
– ເອົາຮັງໄຂ່ໃສ່ບ່ອນປະສົມພັນ ແລະ ສ້າງຝົນທຽມໃສ່ໃນອ່າງປະສົມພັນຖ້າຈະປະສົມພັນໃສ່ຫນອງກໍ່ຕ້ອງອະນາໄມບ່ອນທີ່ປະສົມພັນຄັກແນ່ເຊັ່ນ: ການຂ້າເຊື້ອ, ຂ້າສັດຕູຂອງລູກ ປາທີ່ຈະເບາະອອກມາໃຫມ່ໆ ໃຫ້ລະອຽດ
ການປະສົມພັນປາໄນໃສ່ຫນອງກາງທົ່ງນາ
ການກຽມບ່ອນປະສົມພັນວາງຮັງໄຂ່ໃສ່ບ່ອນປະສົມພັນ ແລະ ເຮັດ ນ້ໍາໂຕນໃສ່ຕະຫລອດເວລາ
3. ການກຽມພໍ່ແມ່ພັນ
– ຄັດເລືອກພໍ່ແມ່ພັນທີ່ມີຄວາມພ້ອມເຊັ່ນ: ຕົວແມ່ມີໄຂ່ແກ່ໂດຍໃຊ້ມືລູບທ້ອງຈະຮູ້ສຶກອ່ອນ ນຸ້ມ, ເມື່ອຫງາຍທ້ອງຂຶ້ນຈະເຫັນທ້ອງເບັງໃຫ່ຍເປັນຮູບຕົວ( U ), ບໍ່ມີບາດແຜ, ບໍ່ພິການ, ມີອາຍຸ 6 ເດືອນ ຫາ8 ເດືອນ, ຂຶ້ນໄປ.ປາຜູ້ : ຕົນຕົວ ແລະ ແກ້ມຊາ, ເອົາມືບີບທ້ອງຈະເຫັນ ນ້ໍາເຊື້ອໄຫລອອກມາງ່າຍໆ ນ້ໍາເຊື້ອເປັນສີຂາວຂຸ້ນແມ່ນນ້ໍາເຊື້ອທີ່ດີ.
– ແຍກພໍ່ແມ່ພັນໄວ້ບ່ອນຕ່າງກັນ 12 -16 ຊົ່ວໂມງ ແລະ ບໍ່ໃຫ້ອາຫານແລ້ວຈິ່ງນໍາປາມາສັກຢາກະຕຸ້ນ (ຢາກະຕຸ້ນພໍ່ແມ່ພັນ ແລະ ວິທີການຄິດໄລ່ຢາເພື່ອສັກກະຕຸ້ນຄືກັບປາທົ່ວໄປ)
– ເຮັດຝົນທຽມໃສ່ອ່າງເປັນໄລຍະໆ ເພື່ອກະຕຸ້ນໃຫ້ພໍ່-ແມ່ພັນມີຄວາມຫ້າວ.
– ສົມພັນປະໄວ້ໃຫ້ພໍ່ແມ່ພັນປະສົມພັນກັນເອງປະມານ 8 -12 ຊົ່ວໂມງປາເລີ່ມປະກັນເມື່ອປາ ປະສົມພັນກັນເຮົາກໍ່ປະໃຫ້ປາປະສົມພັນກັນ 3 ຊົ່ວໂມງ, ສັງເກດເຫັນປາບໍ່ໄລ່ກັນຈິ່ງເອົາພໍ່ແມ່ ພັນອອກ.
4. ການຟັກໄຂ່
• ພັກໃສ່ອ່າງຊີເມັນ
– ນໍາຮັງໄຂ່ໄປຟັກໃສ່ອ່າງທີ່ 2 ທີ່ກຽມໄວ້ແລ້ວເປີດແອນ້ໍາ ຫລື ປ້າລົມໃສ່ເພື່ອເພີ່ມອົກຊີໃນອ່າງ ແລະ ເຮັດໃຫ້ອັດຕາການເບາະຂອງໄຂ່ປາຫລາຍຂຶ້ນ, ໄຂ່ປາໄນຈະເບາະເປັນໂຕພາຍໃນ 48-50 ຊົ່ວໂມງ.
– ຫລັງຈາກໄຂ່ເບາະແລ້ວຈິ່ງເອົາຮັງໄຂ່ອອກຈາກບ່ອນຟັກຫລັງຈາກນັ້ນປະໄວ້ 4-5 ວັນຈິ່ງນໍາ ລູກປາໄປອະນຸບານໃສ່ຫນອງທີ່ມີການກຽມຫນອງຢ່າງຄັກແນ່.
• ຟັກໄຂ່ຢູ່ໃນຫນອງ:
– ກາງກະຊັງແພນີລົງບາງໃສ່ຊັ້ນນອກແລ້ວກາງກະຊັງດາງຂຽວໃສ່ຊັ້ນໃນ, ເມື່ອປາເບາະເປັນ ໂຕແລ້ວຈິ່ງເອົາຮັງໄຂ່ອອກຈາກບ່ອນພັກ, ລູກປາບາງໂຕອາດຈະບໍ່ລອດຕາກະຊັງດາງຂຽວອອກມາ ຢູ່ໃນກະຊັງແພນີລົງ, ດັ່ງນັ້ນຈິ່ງພະຍາຍາມເອົາປາໃນກະຊັງອອກມາໃຫ້ຢູ່ໃນກະຊັງແພນີລົງ, ແຕ ພະຍາຍາມຢ່າໃຫ້ງໍ້ໄຂ່ທີ່ແຕກແລ້ວ ແລະ ໄຂ່ທີ່ບໍ່ແຕກຄ້າງໃນກະຊັງອອກມາໃນກະຊັງຊັ້ນນອກ ເພາະຈະເປັນເຫດເຮັດໃຫ້ເກີດເປັນນ້ໍາເປື້ອນແລ້ວພາໃຫ້ລູກປາຕາຍ.
5. ການອະນຸບານລູກປາ.
– ກຽມຫນອງອະນຸບານກ່ອນເອົາລູກປາລົງອະນຸບານ 4-5 ວັນເຊັ່ນ: ອະນາໄມຫນອງໃຫ້ສະອາດ, ຫວ່ານປູນຂາວໃຫ້ທົ່ວຫນອງຕາມອັດຕາສວ່ນ 10 ຕາແມັດ, ຕໍ່ປູນ 1 ກິໂລກຼາມ, ຫວ່ານຝຸ່ນຄອກໃນ ອັດຕາສວ່ນ 1-1,5 ກິໂລກຼາມ ຕໍ່ 10 ຕາແມັດ, ເອົານ້ໍາໃສ່ 30 ຊັງຕີແມັດ, ປະໄວ້ຈົນນໍ້າຂຽວຈິ່ງ ເຕີມນ້ໍາໃສ່.
– ມື້ທີ 5 ຍ້າຍລູກປາໄປອະນຸບານໃນຫນອງທີ່ກຽມໄວ້ (ຫນອງອະນຸບານເຫມາະສົມຄວນມີຂະຫນາດ ເຄິ່ງໄລ່ຫາ 1 ໄລ່ ( 800 -1600 ຕາແມັດ) ຄວາມເລິກປະມານ 1 ແມັດ, ລະດັບນໍ້າເລີ່ມຈາກ 30 ຊັງຕີແມັດ, ແລ້ວຄ່ອຍເພີ່ມຂຶ້ນໃຫ້ໄດ້ 70 ຊັງຕີແມັດ ຫາ 1 ແມັດ, ອັດຕາການປ່ອຍລູກປາອະນຸ ບານເຫມາະສົມແມ່ນ 600 – 800 ໂຕຕໍ່ຕາແມັດ.
– ເມື່ອປາມີອາຍຸ 10-15 ວັນ. ກໍ່ຄວນກວດເຊັກອັດຕາການລອດຕາຍຂອງລູກປາດ້ວຍວິທີໃຊ້ມຸ້ງ ຖີ່ຊ້ວານຕາມແຄມຫນອງຖ້າຫາກພົບລູກປາເປັນຈໍານວນຫລາຍກໍ່ສະແດງວ່າລູກປາມີການ ລອດຕາຍສູງ ແຕ່ຖ້າພົບແມງເຂົ້າສານເປັນຈໍານວນຫລາຍເຮົາຄວນຫາທາງແກ້ໄຂດ່ວນ, ດ້ວຍວິທີ ໃຊ້ນ້ໍາມັນກາຊວນ ຫລື ນ້າມັນພືດຫົດລົງບ່ອນອະນຸບານລູກປາໃນອັດຕາສ່ວນ 2-3 ລິດ ຕໍ່ 1 ໄລ່, ປະໄວ້ 1 ວັນຈິ່ງເອົາຮໍາອ່ອນໂຮຍໃຫ້ນ້ໍາມັນຈັບເປັນກ້ອນກິນເຂົ້າແລ້ວໃຊ້ກະຕ່ອງຕັກອອກໃຫ້ຫມົດ.
– ຮັກສາລະດັບນ້ໍາຢ່າງຫນ້ອຍ 30 ຊັງຕີແມັດ, ແຕ່ບໍ່ຄວນເກີນ 1 ແມັດ, ອະນຸບານໄປຈົນປະມານ 50-60 ວັນ, ຖ້າບ່ອນອະນຸບານມີອາຫານທໍາມະຊາດພຽງພໍ ແລະ ເຫມາະສົມລູກປາກໍ່ຈະເຕີບໂຕ ໄວ ແລະ ສາມາດນໍາໄປລ້ຽງໃນຫນອງລ້ຽງໄດ້. ການໃຫ້ອາຫານປາໄລຍະອະນຸບານເອົາຮໍາອ່ອນບົດ ລະອຽດປົນກັບອາຫານ, ໄກ່ນ້ອຍ ຫລື ອາຫານຫມູນ້ອຍ
• ຂໍ້ແນະນໍາ :
+ ກໍລະນີປະສົມພັນໃສ່ໃນຫນອງ, ຕ້ອງກາງກະຊັງໃສ່ໃນຫນອງແລ້ວວາງຮັງໄຂ່ລົງໃນກະຊັງແລ້ວ ເອົາພໍ່ແມ່ພັນທີ່ໄດ້ສັກຢາແລ້ວປ່ອຍລົງໄປໃນກະຊັງຕາມມາດຕາສ່ວນປາແມ່ນໂຕ. ປາຜູ້ 2 ໂຕ, ເມື່ອປາໄຂ່ແລ້ວຈິ່ງນໍາຮັງໄຂ່ໄປຟັກໃສ່ໃນມຸ້ງຟັກໄຂ່.
+ ປາມີຄວາມພ້ອມ (ໄຂ່ແກ່) ແລະ ປາໄດ້ລ້ຽງໄວ້ບ່ອນຕ່າງກັນບໍ່ຈໍາເປັນສັກຢາກະຕຸ້ນກໍ່ປະສົມພັນກັນເອງໄດ້, ພຽງແຕ່ເຮົາຍ້າຍບ່ອນ ແລະ ເພີ່ມ ຫລື ຫລຸດລະດັບນ້ໍາຈາກເດີມ.
+ ບ່ອນປະສົມພັນຫາກບໍ່ມີຫລັງຄາມຸງກັນຝົນ. ການປະສົມພັນປາໄນເຮົາຄວນຫລີກເວັ້ນມື້ທີ່ມີ ຝົນຕົກເພາະວ່າໄຂ່ປາໄນເມື່ອຖືກນ້ໍາຝົນ ຫລື ນ້ໍາທີ່ມີອຸນຫະພູມຕ່ໍາກ່ວາອຸນຫະພູມເວລາໄຂ່ ແມ່ນຈະບໍ່ໄດ້ຜົນເລີຍ.
IV. ເຕັກນິກການລ້ຽງ.
1. ຫນອງສໍາລັບລ້ຽງປາໄນ:
– ນິຍົມຫນອງທີ່ມີເນື້ອທີ່ແຕ່ເຄິ່ງໄລ່ຂຶ້ນໄປເຖິງ 1 ເຮັກຕາ, ລະດັບນ້ໍາໃນຫນອງເລິກແຕ່ 1 – 1,5 ແມັດມີລະບົບນ້ໍາເຂົ້າອອກເພື່ອສະດວກຕໍ່ການເກັບກູ້, ອະນາໄມ ແລະ ກຽມຫນອງ.
– ບໍ່ຄວນມີຕົ້ນໄມ້ໃຫ່ຍອ້ອມຮອບຫນອງຫລາຍເກີນໄປເພາະຫນອງຈະບໍ່ໄດ້ຮັບແສງແດດພຽງພໍ
– ອັດຕາການປ່ອຍລ້ຽງ 3 – 5 ໂຕ ຕໍ່ຕາແມັດ.
2. ການກຽມຫນອງກ່ອນເອົາປາລົງລ້ຽງ:
1). ຫນອງຂຸດໃຫມ່:
– ເຮັດຮົ້ວອ້ອມຫນອງໃຫ້ດີ, ຕັດຕົ້ນໄມ້ທີ່ເປັນພິດຕໍ່ປາໃກ້ຫນອງອອກໃຫ້ຫມົດເຊັ່ນ: ຕົ້ນວິກ,ຕົ້ນ – ໄມ້ນ້ໍາມັນຕ່າງໆ ທີ່ມີກິ່ນຂີວ
– ຫວ່ານປູນຂາວຂ້າເຊື້ອໃນອັດຕາ 10 ຕາແມັດ ຕໍ່ 1 ກິໂລກຼາມ ຫວ່ານໃຫ້ທົ່ວ – ຫວ່ານຝຸ່ນຄອກທັບໃສ່ປູນຂາວໃນອັດຕາສ່ວນ 10 ຕາແມັດຕໍ່ 1-1,5 ກິໂລກຼາມປະໄວ້ 3-5ວັນ.
– ສ້າງຄອກອາຫານທໍາມະຊາດໃສ່ໃນຫນອງຂະຫນາດ 2×2 ແມັດ, ສູງ 2 ແມັດ
– ເອົານໍ້າໃສ່ຫນອງໃຫ້ໄດ້ 30 ຊັງຕີແມັດ, ປະໄວ້ 5 ວັນ. ແລ້ວຈິ່ງເຕີມນ້ໍາໃສ່ຕາມຕ້ອງການແລ້ວຈິ່ງເອົາປານ້ອຍທີ່ມີອາຍຸ 45-60 ວັນລົງລ້ຽງ.
2). ຫນອງເກົ່າ ທີ່ເຄີຍລ້ຽງປາມາແລ້ວ.
– ເປັ່ງນ້າອອກ ຫລື ດູດນ້ໍາອອກຈົນແຫ້ງ
– ທາການອະນາໄມພື້ນ ແລະ ແຄມຫນອງໃຫ້ສະອາດປະໄວ້ 1 ອາທິດ
– ຫລັງຈາກນັ້ນຈຶ່ງດໍາເນີນຕາມທຸກຂັ້ນຕອນ ຄື ຫນອງຂຸດໃຫມ່.
3. ການລ້ຽງໄລຍະເລີ່ມຕົ້ນ
– ອະນາໄມແຄມຫນອງ ແລະ ຮົ້ວອ້ອມຫນອງໃຫ້ດີເພື່ອປ້ອງກັນສັດຕູປາ
– ຮັກສາລະດັບນ້ໍາເບື້ອງຕົ້ນ 40 – 50 ຊັງຕີແມັດແລ້ວເພີ່ມລະດັບນ້ໍາຂຶ້ນອາທິດລະ 10 ຊັງຕີ ແມັດ, ຫນອງຂະຫນາດ 20 X20 ແມັດ ຫລື 20 x 40 ແມັດ ຄວາມເລິກທີ່ເຫມາະສົມບໍ່ໃຫ້ເກີນ 1 ແມັດ, ຖ້າຫນອງຂະຫນາດ 40×40 ແມັດ ຂຶ້ນໄປນ້ໍາເລິກເຫມາະສົມປະມານ 1 ຫາ 1,5 ແມັດ.
– ເອົາລູກປາທີ່ມີອາຍຸ 45 – 60 ວັນ. ປ່ອຍລ້ຽງໃນອັດຕາ 5 – 10 ໂຕ ຕໍ່ ຕາແມັດ
– ເດືອນທີ 2 ໃຫ້ອາຫານວັນລະ 2 ຄັ້ງ, ອາຫານຫມູ 2 ສ່ວນປະສົມຮາອ່ອນ1ສ່ວນ.
• ການໃຫ້ອາຫານໄລຍະຍັງອະນຸບານໃນກະຊັງ: ເອົາໄມ້ປ່ອງເຮັດຂອບປະໃຫ້ໄວ້ໃນກະຊັງເພື່ອເປັນບ່ອນໃຫ້ອາຫານປາບໍ່ດັ່ງນັ້ນເວລາໃຫ້ອາຫານ ຈະໄຫລກະຈາຍອອກໄປຕິດກະຊັງເມື່ອປາຕອດກິນກໍ່ຈະເຮັດໃຫ້ເກີດເປັນບາດແຜໃນປາກ.
ຕິດຕາມສະພາບນ້ໍາບໍ່ໃຫ້ນ້ໍາເນົ່າເສຍ. ອາດໃຊ້ນໍ້ຈຸລິນຊີ Effective_Microorganism (EM) ຫລື ນ້ໍາສະກັດຊີວະພາບຫົດຫນອງປາ 7-10 ວັນຕໍ່ຄັ້ງໃນມາດຕາສ່ວນນໍ້າຈຸລິນຊີ (EM) 1ລິດປະສົມນ້ໍາ 10 ລິດຫົດຫນອງລ້ຽງປາໃຫ້ທົ່ວ (EM1 ລິດປະສົມນ້ໍາ 10 ລິດຕໍ່ນ້ໍາໃນຫນອງ 10 ແມັດກ້ອນ).
4. ການບົວລະບັດຮັກສາປາ ແຕ່ອາຍຸ 2- 3 ເດືອນຂຶ້ນໄປ
– ຮັກສາລະດັບນ້ໍາໃຫ້ໄດ້ 1 – 1,5 ແມັດ, ເປັນປົກກະຕິ. ໃຫ້ອາຫານ ວັນລະ 2 ຄັ້ງ.
– ຕິດຕາມສະພາບນ້ໍາບໍ່ໃຫ້ເກີດນ້ໍາເນົ່າເສຍ, ໃຊ້ນ້ໍາ EM ຫລື ນ້ໍາສະກັດຊີວະພາບຫົດຫນອງ7-10 ວັນຕໍ່ຄັ້ງ.
– ສ້າງຄອກອາຫານທໍາມະຊາດໃນຫນອງປາເພື່ອເພີ່ມອາຫານທໍາມະຊາດໃນຫນອງ.
V. ອາຫານແລະການໃຫ້ອາຫານ.
– ອາຫານທໍາມະຊາດ: ໄດ້ແກ່ປວກ, ຂີ້ກະເດືອນ, ຫນອນແມງໄມ້ຕ່າງໆ
– ອາຫານສໍາເລັດຮູບເມັດລອຍນ້ໍາຊະນິດເມັດນ້ອຍ, ເມັດກາງ, ເມັດໃຫ່ຍ
– ອາຫານປຸງແຕ່ງເອງ : ເອົາອາຫານຫມູ ຫລື ອາຫານໄກ່ນ້ອຍປະສົມຮໍາອ່ອນ, ເຂົ້າປຽນ, ຜັກສົດ .