
ໃນຄືນວັນທີ 9ຕຸລາ2021 ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191ຫົວເມືອງ ໄດ້ສົມທົບກັບ ຈະລາຈອນເມືອງ ແລະ ປກສ ກຸ່ມສີຖານເໜືອເມືອງສີໂຄດຕະບອງຕັ້ງຈຸດກວດຢູເສັ້ນທາງສວນເຈົ້າຟ້າງຸ່ມ
ຮອດເວລາ 00:20 ໂມງ ໄດ້ມີ ທ້າວ ໂຈຮອຍໂຢ ອາຍຸ 43 ປີ ສັນຊາດມາເລເຊຍ ພັກເຊົາຢູ່ບ້ານດອນນົກຂຸ້ມເມືອງສີສັດຕະນາກ ນະຄອນຫຼວງວຽງຈັນຂັບຂີ່ລົດຈັກມາແຕ່ເສັ້ນທາງ ບ້ານຂຸນຕາທົ່ງເມືອງສີໂຄດຕະບອງພໍຮອດຈຸດກວດຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຂັບຂີ່ລົ ດ ໜີ ເຮັດໃຫ້ລົດຈັກລົ້ ມ ເຈົ້າໜ້າທີ່ຈິ່ງຂັບຂີ່ລົດນໍາຕົວຜູ້ກ່ຽວໄດ້ພ້ອມທັງກວດຄົ້ນຖົງພາຍສີດໍາພົບ ຂ ອ ງ ກ າ ງ ຢ 200 ເ ມັ ດ, ຢ ໄ ອ 1 ຖົ ງ ນ້ອຍ, ອຸປະກອນ ເ ສ ບ 4 ອັນ ແລະ ປື ນ ສັ້ ນ 09 ມ ມ 1 ກ ະ ບ ອ ກ ພ້ອມ ລູ ກ ປື ນ 12 ລູ ກ
ດັ່ງນັ້ນ ຈິ່ງໄດ້ນໍາຕົວສົ່ງໃຫ້ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີ. ຜ່ານການສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ ໃນວັນທີ 9ຕຸລາ2021 ເວລາ 21:30 ໂມງ ຕົນເອງໄດ້ໂທຫາຊາຍຄົນໜຶ່ງ(ບໍ່ຮູ້ຊື່ ແລະ ທີ່ຢູ່) ເພື່ອສັ່ງຊື້ ຢ ຈໍານວນ 200 ເ ມັ ດ ແລະ ໄດ້ນັດຈຸດສົ່ງ ຢ ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງຫຼັງຈາກໄດ້ ຢ ມາແລ້ວຮອດເວລາ 00:20ໂມງ
ຕົນເອງໄດ້ຂັບຂີ່ລົດຈັກເພື່ອຈະກັບບ່ອນພັກເຊົາພໍໄປຮອດຈຸດກວດກາຢູ່ເສັ້ນທາງສວນເຈົ້າຟ້າງຸ່ມເມືອງສີໂຄດຕະບອງກໍ່ຖືກເຈົ້າໜ້າທີ່ກັກຕົວ, ສ່ວນ ຢ ໄ ອ ທີ່ເຈົ້າໜ້າທີ່ພົບເຫັນນັ້ນແມ່ນຊື້ນໍາຊາຍຄົນຕ່າງປະເທດ(ບໍ່ຮູ້ຊື່) ຢູ່ໂຮງແຮມ ແຫ່ງໜຶ່ງ ເຂດບ້ານມີໄຊ ເມືອງຈັນທະບູລີ ແລະ ປື ນແມ່ນຂອງຜູ້ທີ່ຕິດ ໜີ້ ແລ້ວບໍ່ມີເງິນໃຊ້ແທນ ຕົນຈິ່ງໄດ້ເອົາ ປື ນ ມາຮັກສາໄວ້.
ປັດຈຸບັນເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວມປະສານສົມທົບ ກັບຫ້ອງຕໍາຫຼວດ ປກສ ນວ ເພື່ອນໍາສົ່ງຜູ້ກ່ຽວໃຫ້ຫ້ອງຕໍາຫຼວດ ສືບຕໍ່ເນີນຄະດີ.