
ເກີດເຫດຄົນນອນໄຫຼຕາຍຄາລົດໃຫຍ່ ເຂດບ້ານໜອງຈັນ ເມືອງສີສັດຕະນາກ ໃນຄືນວັນທີ 10/10/2021 ເວລາ 20:34 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624
ວ່າມີມີເຫດ ຄົນນອນໄຫຼຕາຍຢູ່ໃນລົດໃຫຍ່ ເຂດບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
ດັ່ງນັ້ນ, ທີມກູ້ຊີບກູ້ໄພນະຄອນຫຼວງວຽງຈັນ (ສູນສັ່ງການ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບມີ 1 ຄົນ ເປັນເພດຊາຍ ອາການເບື້ອງຕົ້ນຄົນເຈັບແມ່ນ: ບໍ່ມີບາດແຜຕາມຮ່າງກາຍ, ດັ່ງນັ້ນ, ໜ່ວຍກູ້ໄພຈຶ່ງໄດ້ປະຖົມພະຍາບານເບື້ອງຕົ້ນແມ່ນ (ເສຍຊີວິດ) ແລະ ໄດ້ນຳສົ່ງຜູ້ເສຍຊີວິດເພື່ອໄປເຮັດພິທີທາງສາສະໜາ.
ຂໍສະເເດງຄວາມເສຍໃຈມາຍັງຄອບຄົວ ແລະ ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດດ້ວຍ