ອ່ານເດີ້..!! ຂໍ້ມູນລາຍລະອຽດຂອງຜູ້ເສຍຊີວິດໃໝ່ 3 ຄົນ ( 12 ຕຸລາ 2021 )

ຂໍ້ມູນຜູ້ເສຍຊີວິດຈາກໂຄວິດ-19 ໃໝ່ 3 ຄົນ ຢູ່ ສປປ ລາວ ວັນທີ 12 ຕຸລາ 2021 ເສຍຊີວິດຈາກໂຄວິດ19 ເສຍຊີວິດໃນລາວ

-ຜູ້ທີ 1 :  ເພດຍິງ ອາຍຸ 30 ປີ ,ບ້ານບໍ່ໂອ , ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

ພະຍາດປະຈຳຕົວ ເບົາຫວານ, ຄວາມດັນ

ວັນທີ 8 ຕຸລາ 2021 ມາໂຮງໝໍອາການໄອອອກເລືອດ ມີຂີ້ກະເທີ໋ມາໄດ້ອາທິດ 1

ວັນທີ 9 ຕຸລາ 2021 ເກັບຕົວຢ່າງກວດ ແລະ ກວດພົບເຊື້ອ

ວັນທີ 10 ຕຸລາ 2021 ອາການບໍ່ດີ ແລະ ຜ່າຕັດອອກ ລູກອອກ

ວັນທີ 11ຕຸລາ 2021 ເສຍຊີວິດ

-ຜູ້ທີ 2 :  ເພດຊາຍ ອາຍຸ 50 ປີ ,ບ້ານໜອງຂຽດ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ

ພະຍາດປະຈຳຕົວ ຄວາມດັນ ,ເບົາຫວານ, ຄໍອັກເສບຊຳເຮື້ອ , ບາດແຜໃນກະເພາະ ແລະ ເລືອດຈາງ

ວັນທີ 26 ກັນຍາ 2021 ເກັບຕົວຢ່າງ ຜົນອອກມາເປັນບວກ ນອນປິ່ນປົວ ຢູ່ໂຮງໝໍ 103

ວັນທີ 27 ກັນຍາ 2021 ຍ້າຍມາໂຮງໝໍມິດຕະພາບ ມີອາການດ້ານລະບົບຫາຍໃຈ

ວັນທີ 11ຕຸລາ 2021 ເວລາ 10:20 ໂມງ ໄດ້ເສຍຊີວິດ

-ຜູ້ທີ 3 :  ເພດຊາຍອາຍຸ 77 ປີ ບ້ານຄອນວັດ, ເມືອງລ້ອງຊານ, ແຂວງໄຊສົມບູນ ມີປະຫວັດໄປຮ່ວມງານເຮືອນດີ ແລະ ມີລາຍງານຜູ້ຕິດເຊື້ອ ບໍ່ໄດ້ສັກວັກຊິນ

ພະຍາດປະຈຳຕົວ ໄອຊຳເຮື້ອ

ວັນທີ 22 ກັນຍາ 2021 ມີອາການໄອ ປວດຕາມຕົນໂຕ ,ເຈັບຄໍ ແລະ ປວດຂໍ້ກະດູກ

ວັນທີ 27 ກັນຍາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ ພະຍາດໂຄວິດ

ວັນທີ 29 ກັນຍາ 2021 ຜົນອອກມາແມ່ນພົບເຊື້ອ

ວັນທີ 30 ກັນຍາ 2021 ເຂົ້ານອນປິ່ນປົວ ຢູ່ສູນໂຮງຮຽນ ມສ ລ້ອງຊານ

ວັນທີ 11 ຕຸລາ 2021 ເວລາ 11: 20 ໂມງ ໄດ້ເສຍຊີວິດ

Author: PP

Leave a Reply

Your email address will not be published. Required fields are marked *