
ທີມງານໂຕ້ຕອບໄວໄດ້ລົງຕາມເຂດບ້ານ ແລະ ໂຮງງານ ທີ່ມີການລະບາດເພື່ອການຄົ້ນຫາຜູ້ຕິດເຊື້ອ ແລະ ຜູ້ສຳຜັດໃກ້ຊິດແບບທ່າບຸກ ເພື່ອປະຕິບັດມາດຕະການຈັດສົ່ງຜູ້ຕິດເຊື້ອເຂົ້າຮັບການປິ່ນປົວ ແລະ ຜູ້ສຳຜັດໃກ້ຊິດເຂົ້າຈຳກັດບໍລິເວນໃຫ້ເຂັ້ມງວດ.
ດັ່ງທີ່ຮູ້ນຳກັນແລ້ວວ່າ ການລະບາດຂອງພະຍາດໂຄວິດ-19 ໄດ້ແຜ່ເຂົ້າສູ່ໃນຊຸມຊົນ ແລະ ມີການແຜ່ກະຈາຍອອກເປັນວົງກ້ວາງ ເຮັດໃຫ້ການຄວບຄຸມມີຄວາມຫຍຸ້ງຍາກດ້ານການປະເມີນ, ການຊອກຫາຜູ້ຕິດເຊື້ອ ແລະ ຜູ້ສຳຜັດໃກ້ຊິດ, ການນຳສົ່ງຜູ້ຕິດເຊື້ອເຂົ້າຮັບການປິ່ນປົວ ແລະ ຜູ້ສຳຜັດໃກ້ຊິດເຂົ້າຮັບການຈຳກັດບໍລິເວນ.
ນອກນັ້ນ, ການຕຽມພ້ອມດ້ານບຸຄະລະກອນໃນການຮອງຮັບຕໍ່ການລະບາດຍັງພົບວ່າມີບັນຫາ ແລະ ສິ່ງທ້າທາຍຫຼາຍຢ່າງ. ສະນັ້ນ, ເພື່ອເປັນການຊ່ວຍທີມງານທີ່ກຳລັງປະຕິບັດໜ້າທີ່ອັນໜັກໜ່ວງ, ຂໍໃຫ້ທ່ານມີນໍ້າໃຈ ແລະ ຊ່ວຍເປັນກຳລັງໃຫ້ແພດໝໍ ແລະ ພະນັກງານປ້ອມດ່ານໜ້າ ດ້ວຍການງົດອອກຈາກບ້ານຖ້າບໍ່ຈຳເປັນ, ເພື່ອປ້ອງກັນຕົນເອງ ແລະ ຄົນທີ່ທ່ານຮັກທຸກຄົນໃນຄອບຄົວ ໂດຍສະເພາະຄົນທີ່ມີຄວາມສ່ຽງສູງ ແລະ ບອບບາງເຊັ່ນ: ເດັກນ້ອຍ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳໂຕ, ແມ່ລຸກອ່ອນ ແລະ ຜູ້ຍິຖືພາ ໂດຍປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ.
ພະຍາດໂຄວິດ-19 ສາມາດແຜ່ເຊື້ອໄດ້ໄວ ແລະ ຕິດງ່າຍ ເຮົາບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ແຕ່ຄວາມສ່ຽງຂອງການຕິດເຊື້ອແມ່ນມີຢູ່ທຸກບ່ອນ. ຂໍໃຫ້ທ່ານຮັກໂຕເອງ ແລະ ປົກປ້ອງຄົນທີ່ທ່ານຮັກ ດ້ວຍການປະຕິບັດມາດຕະການ ແລະ ຄຳແນະນຳຕ່າງໆທີ່ທາງຄະນະສະເພາະກິດໄດ້ວາງອອກໃນການດຳລົງຊີວິດແບບໃໝ່ໃຫ້ປອດໄພຈາກພະຍາດໂຄວິດ-19.
ທີ່ມາ: