
ຈາກຜູ້ໃຊ້ເຟສບຸກຊື່ Ninu Thidaluck ໄດ້ໂພສໃນວັນທີ 13/10/2021 ວ່າ: ຊ່ວຍແຊເປັນກຸສົນໃຫ້ຂັ້ນເທິງຮູ້ແນ່ ຄົນຈິດໃຈຄັບແຄບກໍ່ກຳແພງຕັນທັງຄົນເປັນ ແລະ ຄົນຕາຍ ຄົນທີ່ບຽດບຽນຮອດຄົນຕາຍແມ່ນຄົນປະເພດໃດ ສັງຄົມຊ່ວຍເບິ່ງແລ້ວບອກຂ້ອຍແນ່ ຈີດໃຈມະນຸດສະທຳ ແລະ ຄວາມຍຸດຕິທຳມັນຍັງມີຢູ່ແມ່ນບໍ່??
ຈົນວິນາທີສຸດທ້າຍທີ່ລູກຫຼານພະຍາຍາມຊ່ວຍຍື້ຊີວິດແມ່ຕູ້ແຕ່ກໍບໍ່ສາມາດຊ່ວຍໄດ້ທັນ ກ່ອນແມ່ຕູ້ຂ້ອຍຈະເສຍທາງຄອບຄົວໄດ້ໂທເອີ້ນລົດກູ້ໄພ ເຖິງລົດກູ້ໄພຈະມາຮອດ ຫຼື ບໍ່ກໍບໍ່ມີຄວາມໝາຍເພາະບໍ່ສາມາດຊ່ວຍຊີວິດແມ່ຕູ້ໄດ້ເພາະຖືກທະຫານ ພັທ ສພ ເປັນຫົວໜ້າພະແນກສັງກັດຢູ່ຫໍພິພິດຕະພັນປະຫວັດສາດກອງທັບ ຂຶ້ນກັບກົມໃຫຍ່ການເມືອງກອງທັບ ກໍ່ກຳແພງສູງເກືອບ 2 ແມັດ ຕັນທາງເຂົ້າອອກເຮືອນຂອງແມ່ຕູ້ ເຮັດໃຫ້ດິນເຮົາບໍ່ເຫຼືອທາງທຽວ (ຕາມຮູບໃບຕາດິນ) ເຫດການນີ້ວ່າຫົດຫູ່ໃຈແລ້ວ ແຕ່ມັນຍັງມີເຫດການທີ່ອານາຖາກ່ວານີ້ອີກ ແລະ ບໍ່ຄິດວ່າມັນຈະເກີດກັບຄອບຄົວເຮົາ ເພາະຫຼັງຈາກແມ່ຕູ້ຂາດໃຈຕາຍ ໂລງສົບກໍຈຳເປັນໄດ້ຍໍຂ້າມກຳແພງເອົາ ແຖມຍັງຖືກຜູ້ທີ່ກໍ່ກຳແພງເວົ້າໃຫ້ວ່າໜ້າມຶນ ແລະ ໄລ່ພວກຫາມໂລງໜີວ່າບໍ່ໃຫ້ມາທາງນີ້ໃຫ້ໄປທຽວທາງອື່ນ
ຂ້ອຍຖາມແນ່ວ່າໃຜໜ້າມຶນກັນແທ້ ທາງພວກຂ້ອຍທຽວແມ່ນທາງຮ່ອມຂອງລັດຖະບານ ເຊິ່ງມັນມີກ່ອນທີ່ຜູ້ກ່ຽວຈະມາອາໄສຢູ່ອີກ ແລະ ໃບຕາດິນພວກຂ້ອຍກໍຕິດທາງຢ່າງຖືກຕ້ອງຕາມກົດໝາຍ(ຕາມຮູບ) ແຕ່ເປັນຫຍັງຈິ່ງກ້າມາກໍ່ກຳແພງຕັນຍາວ 16 ແມັດ ຟາກດິນຂອງພວກຂ້ອຍ ເພື່ອກວມເອົາທາງຮ່ອມໄປເປັນໜ້າບ້ານຕົນເອງ ຈັກຊິວຸ້ນນຳເຮືອນດີ ຈັກຊິວຸ້ນນຳກຳແພງ ຄົນທີ່ມາກິນທານເຮືອນດີຈົນບໍ່ຮູ້ທາງເຂົ້າ ແລະ ຕົກໃຈວ່າກຳແພງມັນມາໄດ້ແນວໃດ
(ມີຮູບ ມີຄຣິບ ມິຫຼັກຖານຄົບແຕ່ຍັງບໍ່ໃຫ້ເຫັນໝົດເພາະດຽວວ່າປະຈານ ແລະ ລາວຈະບໍ່ມີໜ້າສູ້ສັງຄົມ) ປະຈຸບັນກຳແພງແມ່ນຖືກຂັ້ນເທິງສັ່ງທຸບທັງໝົດໃນມື້ກ່ອນສົ່ງສະການແມ່ຕູ້ ແຕ່ຜູ້ກ່ຽວທຸບໃຫ້ແຕ່2 ແມັດປາຍ ພໍແຕ່ຫຼົມເມມເທົ່ານັ້ນ ແລະ ຍັງບໍ່ມີທ່າທີວ່າຈະທຸບຕື່ມອີກ
ພ້ອມທັງບອກພວກຂ້ອຍວ່າບໍ່ມີເອກະສານຢັ້ງຢືນຫຍັງທີ່ຈະໃຫ້ທຸບ ແລ້ວຕອນເຈົ້າກໍເຈົ້າມີເອກະສານຫຍັງບໍ່ ເຈົ້າຄືເຮັດຕາມໃຈເລີຍ ຖາມແທ້ຊຳ່ໃບຕາດິນພວກຂ້ອຍມັນຍັງບໍ່ຊັດເຈນພໍບໍ ເປັນຫຍັງເວລາພວກຂ້ອຍຖາມເອົາໃບຕາດິນເຈົ້າ ເຈົ້າຈິ່ງບໍ່ເອົາໃຫ້ເບິ່ງ ມັນມີປັນຫາຫຍັງບໍ? ຄອບຄົວແມ່ຕູ່ຂ້ອຍກະເປັນພຽງຄອບຄົວແມ່ຄ້າຂາຍຜັກ ແລະ ເປັນກຳມະກອນບໍ່ໄດ້ມີຄວາມຮູ້ຫຍັງ ບໍ່ໄດ້ມີລາຍໄດ້ສູງ ແຖມແມ່ຕູ້ກໍພິການຂາຍ່າງບໍ່ໄດ້ເປັນ 20 ປາຍປີແລ້ວ ຊຳ່ນີ້ມັນຍັງທຸກຍາກບໍ່ພໍບໍ ເປັນຫຍັງຄົນທີ່ເປັນຮອດນາຍພັນເປັນຮອດຫົວໜ້າພະແນກເປັນຄົນທີ່ມີການສຶກສາ ຈິ່ງຊຳ້ເຕີມຄວາມທຸກຍາກໃຫ້ຄອບຄົວພວກຂ້ອຍ ແລະ ເອົາປຽບຄອບຄົວທຸກຍາກຄືພວກຂ້ອຍແບບບໍ່ສົນຮອດຄວາມຖືກຕ້ອງຂອງກົດໝາຍແນວນີ້
ຄວາມເຈັບປວດນີ້ພວກຂ້ອຍບໍ່ມີວັນລືມ ແລະ ຍາກທີ່ຈະໃຫ້ອາໄພ ຄືຈະເປັນໄດ້ພຽງຄົນທີ່ຢູ່ຮ່ວມໂລກດຽວກັນທໍນັ້ນ ນີ້ມັນປັນພຽງ 30% ຂອງເລື່ອງລາວທັງໝົດ ແລະ ຂ້າພະເຈົ້າບໍ່ມີເຈດຕະນາກ້າວຫາ ຫຼື ເວົ້າາລວມຄົນທີ່ມີອາຊີບທະຫານ ເພາະນີ້ເປັນການກະທຳຂອງນາຍທະຫານພຽງຜູ້ດຽວ
ນາຍທະຫານດີໆ, ມີກຽດ ແລະ ເປັນທີ່ໜ້າຍົກຍ້ອງກໍມີຫຼາຍຈົນນັບບໍ່ໄດ້ ທັງພິມທັງນຳ້ຕາໄຫຼ ບໍ່ມີມື້ໃດທີ່ຍາດຕິພີ່ນ້ອງຂອງຂ້ອຍບໍ່ເສຍນຳ້ຕາເພາະເລື່ອງອັບປະມົງຄຸນນີ້
ເຫດເກີດທີ່ ບ້ານສົມຫວັງໃຕ້, ເມືອງ ຫາດຊາຍຟອງ, ນວ #ທີ່ຜ່ານມາເຂັ້ມແຂງ ແລະ ອົດທົນມາຫຼາຍແລ້ວ. #ຄົນເຮົາເກີດມາຕ້ອງຕາຍທຸກຄົນ
ທີ່ມາ: