
ຂ່າວຮ້າຍ! ເກີດເຫດເຮືອຫລົ້ມ ຢູ່ທີ່ອ່າງນໍ້າໄຜ່ ບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ມີຜູ້ສູນຫາຍ 05 ຄົນ. ໃນຕອນແລງຂອງວັນທີ 13 ຕຸລາ 2021 ຜ່ານມານີ້, ເວລາປະມານ 17:00 ໂມງ ໄດ້ເກີດອຸບັດຕິເຫດເຮືອຫລົ້ມ
ຢູ່ທີ່ອ່າງນໍ້າໄຜ່ ບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຈຳນວນ 2 ລຳ ຢູ່ໃນເຮືອທັງສອງລໍາດັ່ງກ່າວນີ້ ມີຄົນທັງໝົດ 19 ຄົນ ທີ່ກັບມາຈາກການກ່ຽວເຂົ້າໄຮ່ ຊຶ່ງເຮືອທັງສອງລໍາ ໄດ້ຂັບໄລ່ກົ້ນກັນມາ ແລ້ວເກີດອຸປະຕິເຫດເຮືອຕຳກັນຢູ່ກາງແມ່ນໍ້າ ສາເຫດຍ້ອນຈັກເຮືອຂັດຂ້ອງ ເຮັດໃຫ້ເຮືອຫລົ້ມທັງ 2 ລຳ.
ໃນນັ້ນມີຜູ້ສູນຫາຍຈຳນວນ 5 ຄົນ, ຍິງ 3 ຄົນ ເຊິ່ງມີລາຍຊື່ດັ່ງນີ້: ທ. ທອງພັນ ອາຍຸ 63 ປີ, ນ. ວຽງ ອາຍຸ 55 ປີ, ນ. ສອນ ອາຍຸ 21 ປີ, ທ. ດວງ ອາຍຸ 22 ປີ, ນ. ເດັກ ອາຍຸ 28 ປີ.
ສວ່ນອີກ 14 ຄົນແມ່ນສາມາດລອຍນໍ້າເຂົ້າຝັ່ງໄດ້. ຈຸດເກີດເຫດແມ່ນຫ່າງຈາກຝັ່ງປະມານ 100 ກວ່າແມັດ, ເລິກ 25 ແມັດ, ແລະໃນເວລານີ້ ຍັງບໍ່ທັນພົບຜູ້ສູນຫາຍທັງ 5 ຄົນເທື່ອ.
(ເປັນກຳລັງໃຈໃຫ້ຄອບຄົວຜູ້ສູນຫາຍເດີ)ລາຍລະອຽດຈະລາຍງານເພີ່ມຕື່ມ.
ພາບ-ຂ່າວຈາກ: ນັກຂ່າວເມືອງລ້ອງແຈ້ງ