
ຖ້າທ່ານເປັນຄົນອ້ວນແນ່ນອນແລ້ວໃນຮ່າງກ່າຍຕ້ອງມີໄຂ້ມັນຫລາຍ ແລະ ບັນດາເຄື່ອງວຽກໃນຮ່າງກ່າຍກໍ່ເຕັມໄປດ້ວຍໄຂມັນ ໂດຍສະເພາະທີ່ມັກມີບັນຫາຫນັກແມ່ນ ຫົວໃຈ ແລະ ຕັບ. ຖ້າ ມີໄຂ້ມັນຫຸ້ມຫລາຍຈະເຮັດໃຫ້ເຮົາຫາຍໃຈບໍ່ສະບາຍ. ສະນັ້ນ, ແອດຈື່ງນຳສະຫມຸນໄພນີ້ມາເຜີຍແຜໃຫ້ທຸກຄົນ ໄດ້ແບ່ງປັນຕໍ່ໆ ເພື່ອທຸກຄົນໄດ້ຮຽນຮູ້.
ກ່ອນອື່ນແມ່ນໃຫ້ທ່ານກະກຽມກົກຂີ້ເຫລັກໃຫຍ່(ຂີ້ເຫລັກຂີ້ກາກບາງຄົນເອີ້ນ) ເອົາລຳຕົ້ນທາງໃນ(ປອກເປືອກ) ມາຟັກຕາດແດດສາມແດດ, ເຄື່ອງທີ່ໃຊ້ຕົ້ມແລະແພຂາວສະອາດເພື່ອມາຕອງ.
ວິທີເຮັດ: ເມື່ອທ່ານກຽມໄດ້ຮຽບຮ້ອຍຕາມຂັ້ນຕອນຫລືຕາດແດດແລ້ວທ່ານກໍ່ເອົາມາຕົ້ມກີນ. ໃຫ້ຕົ້ມເທື່ອລະກຳມືແລະ ໃສ່ນ້ຳຫນື່ງລີດ. ແຕ່ຕ້ອງຕົ້ມໃຫ້ຟົດປະມານ 20 ນາທີ. ຫລັງຈາກຕົ້ມໄດ້ແລ້ວທ່ານກໍ່ເອົາແພຂາວສະອາດມາຕອງກີນ
ວິທີກິນ: ກິນເຊົ້າສວຍແລງກອ່ນອາຫານ. ກິນຄັ້ງລະຈອກ ແລ້ວໄຂມັນຫຸ້ມຫົວໃຈແລະຕັບ, ໄຂມັນໃນເສັ້ນເລືອດແລະລົດຄວາມອ້ວນຄວາມດັນຕັ່ງຊົ່ງກໍ່ຈະຄ່ອຍຫລົດຕາມມາ.
ສູດຢານີ້ມີຜູ້ໃຊ້ດີມາແລ້ວຈຶ່ງລົງບອກເພື່ອຊວ່ຍເພື່ອນໆຂອງອາຈານໃຫ້ມີສຸຂພາບດີຂື້ນ.