
ຫນື່ງໃນຫຼາຍໆເຫດການພວກແພດພົບຢູ່ໃນພະແນກສຸກເສີນໃນໂຮງໝໍເປັນປະຈຳຄືຄົນເຈັບທີ່ຖືກຫມາ ແມວ ຫຼື ສັດລ້ຽງລູກດ້ວຍນ້ຳນົມກັດເຊີ່ງຫຼາຍຄົນຍັງບໍ່ທັນຮູ້ວິທີພື້ນຖານການຮັກສາບາດແຜທີ່ຖືກກັດໃນເບື້ອງຕົ້ນທີ່ຖືກຕ້ອງ ແລະ ມີຄວາມສ່ຽງທີ່ຈະເກີດການຕິດເຊື້ອໄດ້ງ່າຍຂື້ນຫາກຮັກສາບາດແຜຜິດວິທີຫາກເຮົາມີຄວາມຮູ້ເບື້ອງຕົ້ນໃນການຮັກສາບາດແຜທີ່ຖືກສັດລ້ຽງກັດ ກໍ່ຈະຊ່ວຍຫຼູດພາວະການຕິດເຊື້ອ
ທັງຍັງຫຼູດໂອກາດການເກີດໂລກທີ່ຮຸນແຮງເຊັ່ນ: ໂລກໝາວໍ້ ຫຼື ໂລກຢ້ານນ້ຳ ເຊີ່ງນຳພາເຊື້ອໂດຍສັດລ້ຽງລູກດ້ວຍນົມດັງທີ່ກ່າວມາ ລວມໄປເຖີງໂລກບາດທະຍັກທີ່ອາດຈະເກີດຂື້ນໄດ້ ເມື່ອມີບາດແຜທີ່ເກີດຈາກຫມາກັດ ຫຼື ສັດລ້ຽງກັດລ້າງບາດແຜດ້ວຍນ້ຳທີ່ສະອາດພ້ອມທັງໃສ່ສະບູ່ຟອກລ້າງຫຼາຍໆຄັ້ງທັນທີ ລ້າງໃຫ້ທົ່ວແລະລ້າງໃຫ້ເລີກເຖີງບາດແຜຢ່າງດົນ15 ນາທີ ເພື່ອຊະລ້າງເຊື້ອໂລກທີ່ຢູ່ບໍລິເວນບາດແຜ ໃຫ້ໄດ້ຫລາຍທີ່ສຸດ ລະວັງຢ່າເຮັດໃຫ້ບາດແຜຊ້ຳ ຫ້າມໃຊ້ຄີມໃດໆທາ ຖ້າມີເລືອດອອກຄວນປ່ອຍໃຫ້ເລືອດໄຫລອອກມາຢ່າບີບບາດແຜເດັດຂາດ.
ເຊັດບາດແຜດ້ວຍຢາຂ້າເຊື້ອ ເຊັ່ນ: Povidone iodine ຖ້າບໍ່ມີສາມາດໃຊ້ 70% Alcohol ເຊັດບາດແຜໄດ້ບໍ່ຄວນປິດປາກບາດ ຍົກເວັ້ນບາດແຜທີ່ມີເລືອດໄຫລອອກມາຫລາຍ ຫຼື ບາດແຜໃຫຍ່ຫຼາຍໃຫ້ປິດບາດແຜດ້ວຍກອມແປັດ ຫຼື ຜ້າສະອາດ ແລະ ພາໄປໂຮງຫມໍທີ່ໃກ້ທີ່ສຸດທັນທີໄວຍີ່ງດີ ພາຍຫລັງເຂົ້າຮັບການຮັກສາໃຫ້ຄົນເຈັບປະຕິບັດຕາມແພດສັ່ງຢ່າງເຄັ່ງຂັດ ມາກວດຕາມທີ່ແພດນັດຢ່າງສະໝ່ຳສະເໝີ ພຽງເທົ່ານີ້ກໍ່ຊ່ວຍຫຼຸດຄວາມສ່ຽງຕໍ່ການຕິດເຊື້ອ ແລະ ຫຼຸດໂອກາດການເກີດໂລກທີ່ອັນຕະລາຍເຖີງຊີວິດໄດ້. ແນວໃດກໍ່ຕາມຖ້າຫມາວໍ້ກັດຄວນໄປສັກຢາກັດວໍ້ ໄວ້ຍີ່ງເປັນການດີ ພຽງເທົ່ານີ້ເຮົາກໍ່ມີໂອກາດເປັນສ່ວນໜື່ງໃນການຊ່ວຍເຫຼືອຄົນອື່ນໄດ້ແລ້ວ