
ປກສ ກຸ່ມເພຍວັດ ສຶກສາອົບຮົມ ກຸ່ມໄວລຸ້ນຕັ້ງວົງຊຸມແຊວ ທີ່ລະເມີດແຈ້ງການ 37/ຈນວ ເວລາປະມານ 19:30 ໂມງ ຂອງວັນທີ 14 ກັນຍາ 2021 ປກສ ກຸ່ມເພຍວັດ ໄດ້ສົມທົບກັບ ສນ 1191 ບຶງຂະຫຍອງ ແລະ ອໍານາດການປົກຄອງບ້ານໂພນສີນວນ ແກ້ໄຂກຸ່ມໄວລຸ້ນ ຈໍານວນ 8 ຄົນ ຍິງ 6 ຄົນ
ຕັ້ງວົງຊຸມແຊວດື່ມເບຍ ຢູ່ບໍລິສັດລາວອາຊຽນເຊົ່າສິນເຊື່ອ ເຂດບ້ານໂພນສີນວນ ເມືອງສີສັດຕະນາກ ນວ ເຊິ່ງເປັນການລະເມີດຕໍ່ແຈ້ງການ 37/ຈນວ ຈຶ່ງໄດ້ນໍາຕົວຂຶ້ນມາຫ້ອງການບ້ານໂພນສີນວນ ສືກສາອົບຮົມກ່າວເຕືອນ ແລະ ມອບໃຫ້ອໍານາດການປົກຄອງບ້ານ ສືບຕໍ່ຕິດຕາມຄຸ້ມຄອງການປະພຶດຕໍ່ໄປ.
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາປະຊາຊົນລາວບັນດາເຜົ່າ ເວົ້າລວມ ເວົ້າສະເພາະແມ່ນຊາວນະຄອນຫຼວງວຽງຈັນ ຈົ່ງເປັນເຈົ້າການໃນການຮັກສາຄວາມສະຫງົບ ແລະ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້້ນ, ການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ
ຖ້າພົບເຫັນເຫດການໃດ ທີ່ເປັນສາເຫດກໍ່ຄວາມບໍ່ສະຫງົບໃນສັງຄົມ ລາຍງານມາເບີວອດແອັບ 020 2889 9774 ຫຼື ທາງ ເຟັສບຸກ ປກສ ນວ.