ຄືມາເອົາປຽບກັນຄັກແທ້..!! ພັກວຽກ 4 ມື້ ນາຍຈ້າງບໍ່ຈ່າຍເງີນເດືອນໃຫ້

ຜູ້ໃຊ້ເຟສບຸກຊື່Phou Phoumee ໄດ້ໂພສໃນວັນທີ່ 15/10/2021 ວ່າ: ສະບາຍດີ ມື້ນີ້ຈະມາເລົ່າປະສົບການເຮັດວຽກນຳຄົນລວຍໃຈດຳ ເຮັດວຽກຢູ່ ຄາເຟອາເມຊອນຮອງແກ ເລີ່ມເຮັດວຽກເເຕ່ວັນທີ19ເດືອນ6ປີ2021 ຈົນມາຮອດວັນທີ3ເດືອນ10 ຜ່ານມາເງີນເດືອນ ຂອງເດືອນ6-7-8ໄດ້ປົກກະຕິ

ເເຕ່ມາເດືອນ 9ເພີ່ນບໍ່ຈ່າຍເງີນນໄຫ້ ເຈົ້າຂອງຮ້ານໄຫ້ເຫດຜົນວ່າ ບໍ່ຈ່າຍຍ້ອນພັກວຽກ (ຂ້ອຍໄດ້ພັກວຽກວັນທີ4-5-6-7ຂອງເດືອນ10 ເຫດຜົນຍ້ອນເຈັບທ້ອງບໍ່ສະບາຍ

ເເຕ່ໄດ້ເເຈ້ງໃປຫາກັບຕັນທີມຂອງຮ້ານເເລ້ວ ແລະກັບຕັນທີມກໍ່ໄດ້ເເຈ້ງ ເຈົ້າຂອງຮ້ານທຸກມື້ ຂອ້ຍເອງກໍ່ເຫັນ ວ່າກັບຕັນທີມເເຈ້ງ )

ເເຕ່ລ່າສຸດເງີນເດືອນພະນັກງານໄດ້ຄົບທຸກຄົນ ວັນທີ8ເດືອນ10ເພີ່ນຈ່າຍເງີນເດືອນ ຂ້ອຍເລີຍຖາມວ່າເປັນຫຍັງຂ້ອຍຄືບໍ່ໄດ້ ເພີ່ນກະໄຫ້ຄຳຕອບວ່າເຫັນເຈົ້າບໍ່ມາວຽກຫລາຍມື້ຄີດວ່າເຈົ້າອອກເເລ້ວ ຖ້າເຈົ້າຢາກໄດ້ເງີນເດືອນ

ໄຫ້ມາເຊັນໃບລາອອກ ຂ້ອຍກໍ່ໃປເຊັນໃບລາອອກໄຫ້ ເເຕ່ສຸດທ້າຍບໍ່ຈ່າຍຕາມທີ່ເວົ້າມາ ໂຕຂ້ອຍເອງກໍ່ພະຍາຍາມເເຊັດຫາໂທຫາບໍ່ຮັບ ບໍ່ຕອບ ທັງເຈົ້າຂອງຮ້ານເເລະຜູ້ຈັດການຮ້ານ ເຈົ້າຂອງຮ້ານອ່ານເເລ້ວບ໊ອກຂ້ອຍ ເເຈ້ງບ້ານ ບ້ານກໍ່ຊວ່ຍຫຍັງບໍ່ໄດ້ ເຈົ້າຂອງຮ້ານ ເວົ້າເອງວ່າ ຂ້ອຍບໍ່ຍ້ານ ສິເອົາທະຫານຕຳຫລວດມາ ຂ້ອຍກໍ່ບໍ່ຍ້ານເພາະຂ້ອຍມີເງີນ

ສຸດທ້າຍນີ້ ກໍ່ຂໍໄຫ້ທຸກຄົນພິຈາລະນາຊວ່ຍແນ່ ວ່າມັນສົມຄວນບໍ້ ກີນປຽບພະນັກງານໂພດ ສິໄລ່ອອກຂ້ອຍບໍ່ວ່າຂໍເເຕ່ຈ່າຍຄ່າເເຮງຂ້ອຍກ່ອນ ຫວັງເງີນເດືອນມາຈ່າຍຄ່າຫ້ອງ ກີນໃປວັນໆ ສຸດທ້າຍ ບໍ່ເຫລືອຫຍັງ

#ສາທຸ ກີນທານນຳເລີຍເດີ

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *