ລາຄາຕົວຈິງອອກມາແລ້ວ..!! ຄ່າໂດຍສານ ລົດໄຟລາວ-ຈີນ

ແລ້ວໂຄວິດໄປໂລດ

ຂໍ້ມູນຕາຕະລາງ ໄລຍະທາງປະມານ ຈາກ ນະຄອນຫຼວງວຽງຈັນ ໄປຫາ 9 ສະຖານີທີ່ເປີດໄລຍະເລີ່ມຕົ້ນ (ບໍ່ລວມສະຖານີ ນຄຫຼ ແລະ ສະຖານີສິນຄ້າວຽງຈັນໃຕ້ ຂອງເສັ້ນທາງລົດໄຟວຽງຈັນ-ບໍ່ເຕັນ .

ລົດໄຟເລີ່ມຈາກ #ສະຖານີນະຄອນຫຼວງວຽງຈັນ -ໂພນໂຮງ (ແຂວງວຽງຈັນ) 65km ນຄຫຼ-ວັງວຽງ (ແຂວງວຽງຈັນ) 125km ນຄຫຼ-ກາສີ (ແຂວງວຽງຈັນ)  168km ນຄຫຼ-ຫຼວງພະບາງ 238km ນຄຫຼ-ເມືອງງາ (ແຂວງອຸດົມໄຊ) 293km ນຄຫຼ-ເມືອງໄຊ (ແຂວງອຸດົມໄຊ) 339km ນຄຫຼ-ນາໝໍ້ (ແຂວງອຸດົມໄຊ) 375km ນຄຫຼ-ນາເຕີຍ (ແຂວງຫຼວງນໍ້າທາ) 393km ນຄຫຼ-ບໍ່ເຕ່ນ (ແຂວງຫຼວງນໍ້າທາ) 400km *ໝາຍເຫດໄລຍະທາງປະມານວັດແທກຈາກແຜນທີ່ *ໄລຍະເວລາ ອີງຕາມໂຕຈິງທີ່ລົດໄຟປະເພດຂະບວນລົດໄຟທີ່ຈະໃຊ້ແລ່ນ ອັດຕາຄ່າຂົນສົ່ງໂດຍສານລົດໄຟລາວ-ຈີນ ສົມທຽບໃສ່ ທາງລົດແມ່ນຖືກ ແລະ ໃຊ້ເວລາເດີນທາງສັ້ນກວ່າເທົ່າຕົວ

ຕາມເອກະສານໂຄສະນາເຜີຍແຜ່ນຳພາແນວຄິດ ກ່ຽວກັບໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ກໍານົດການຄຸ້ມຄອງການບໍລິການ ດັ່ງນີ້: ຈໍານວນສະຖານີລົດໄຟຂອງໂຄງການ, ມີທັງໝົດ 33 ສະຖານີ, ໃນນີ້ 21 ສະຖານີ ຈະເປີດນຳໃຊ້ໃນໄລຍະຕົ້ນ ແລະ 12 ສະຖານີຈະເປີດໃນໄລຍະຕໍ່ໄປ. ໃນຈຳນວນ 33 ສະຖານີ, ມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນຳກັນ 11 ແຫ່ງ ແລະ ສະຖານີສິນຄ້າ ສະເພາະ 1 ແຫ່ງ ຢູ່ນະຄອນຫລວງວຽງຈັນ. ຈຸດສະຫລັບລາງ ແລະ ຈຸດຫລີກ ມີທັງໝົດ 284 ແຫ່ງ.

ສຳລັບການຈັດແຜນ ແລະ ຄຸ້ມຄອງການແລ່ນລົດໄຟ ໂດຍສະເພາະ ການບໍລິການຂົນສົ່ງໂດຍ ສານສ່ວນໃຫຍ່ແມ່ນຈະເປັນເວລາກາງເວັນ, ການບໍລິການຂົນສົ່ງສິນຄ້າຈະເປັນເວລາກາງຄືນ. ສ່ວນການຈັດຖ້ຽວແລ່ນລົດສິນຄ້າ ແລະ ໂດຍສານ ຂອງຈຳນວນຖ້ຽວໄປ-ກັບ ໃນການບໍລິການຂົນສົ່ງ ແມ່ນອີງຕາມແຜນຄວາມຕ້ອງການຕົວຈິງຂອງຜູ້ໂດຍສານ ແລະ ສິນຄ້າ ໃນແຕ່ລະຊ່ວງ ແລະ ແຕ່ລະຕອນທາງ, ເຊິ່ງຈຳນວນຂະບວນລົດໄຟ ໃນເບື້ອງຕົ້ນ ຈະມີ 18 ຂະບວນ, ໃນນັ້ນຂະບວນຂົນສົ່ງໂດຍສານ ມີ 4 ຂະບວນ ແລະ ຂົນສົ່ງສິນຄ້າ ມີ 14 ຂະບວນ, ຄວາມສາມາດດັດປັບການອອກແບບຈັດຖ້ຽວ ໄປ-ກັບ ເດີນລົດໄຟຕໍ່ວັນ ແມ່ນອີງຕາມສະພາບເງື່ອນໄຂຂອງຈຳນວນສະຖານີ ທີ່ເປີດນຳໃຊ້ແຕ່ລະໄລຍະ ແລະ ອີງໃສ່ການອອກແບບຄິດໄລ່ ຈໍານວນຂະບວນລົດໄຟໃນແຕ່ລະປີ ແລະ ຄວາມສາມາດໃນການດັດປັບການຈັດຖ້ຽວໄປ-ກັບ ຂອງຂະບວນລົດໄຟຕໍ່ວັນ. ໃນສະພາບເງື່ອນໄຂຂອງຈຳນວນສະຖານີ ທີ່ເປີດນໍາໃຊ້ໃນໄລຍະເລີ່ມຕົ້ນ ມີ 21 ສະຖານີ

ແມ່ນສາມາດອອກແບບຈໍານວນຖ້ຽວ ແລ່ນລົດໄດ້ 23 ຖ້ຽວ/ວັນ, ແຕ່ວ່າໃນໄລຍະຍາວຫາກມີການເປີດນຳໃຊ້ສະຖານີຄົບຕາມຈໍານວນ 33 ສະຖານີ ແມ່ນສາມາດເພີ່ມຖ້ຽວການແລ່ນລົດໄດ້ເຖິງ 39 ຖ້ຽວ/ວັນ. ສຳລັບອັດຕາຄ່າຂົນສົ່ງໂດຍສານ ແມ່ນ 0.3 ຢວນ/ຄົນ.ກມ (ປະມານ 350 ກີບ/ຄົນ.ກມ), ລວມຄ່າໂດຍ ສານແຕ່ວຽງຈັນ-ບໍ່ເຕ່ນ ປະມານ 140.000 ກີບ, ສົມທຽບໃສ່ການຂົນສົ່ງທາງລົດ ແມ່ນຖືກກວ່າເທົ່າໂຕ ແລະ ໃຊ້ເວລາເດີນທາງສັ້ນກວ່າປະມານ 20 ຊົ່ວໂມງ. ອັດຕາການຂົນສົ່ງສິນຄ້າ ແມ່ນ 0.5 ຢວນ/ໂຕນ.ກມ (ປະມານ 600 ກີບ/ໂຕນ.ກມ), ຖືກກວ່າການຂົນສົ່ງທາງລົດ 2 ເທົ່າໂຕ ແລະ ໃຊ້ເວລາສັ້ນກວ່າ 45 ຊົ່ວໂມງ.

ຂໍ້ມູນຂ່າວ: ຈາກເພຈAEROLAOS

Author: PP

Leave a Reply

Your email address will not be published. Required fields are marked *