ວ່ອງໃວທັນໃຈແທ້..!! ກັບການເດີນທາງດ້ວຍຂະບວນລົດໄຟລາວ-ຈີນ

ທົດລອງແລ່ນລົດໄຟ ເພື່ອປະເມີນຜົນ ແລະ​ ກວດກາທຸກລະບົບ​ ກຽມເປີດຢ່າງເປັນທາງການ 2​ ທັນວາ ອີງຕາມຂ່າວ CRI ລາຍງານວ່າ: ໃນວັນທີ​ 20 ຕຸລາ 2021 ຜ່ານມາ​

ລົດໄຟລາວ-ຈີນ ໄດ້ເຮັດການທົດລອງເຕັກນິກລົດໄຟເຄື່ອນທີ່ຕົວຢ່າງ ເພື່ອປະເມີນຜົນ ແລະ​ ກວດກາທຸກລະບົບຂອງກ່ຽວກັບລົດໄຟ ແລະ​ ລາງ ເພື່ອຮັບປະກັນຄວາມປອດໄພທຸກສະຖານະການ.

ການແລ່ນລົດໄຟຕົວຢ່າງທົດລອງເຕັກນິກຄັ້ງນີ້ແມ່ນໃຊ້ຄວາມໄວ 75-80 km/ຊົ່ວໂມງ ເຊິ່ງຈາກສະຖານີນະຄອນຫຼວງວຽງຈັນ ຫາ​ ສະຖານນີບໍ່ເຕັນ​ ໂດຍທີ່ບໍ່ຈອດແວ່ຕາມສະຖານນີຕ່າງໆ ແມ່ນໃຊ້ເວລາ 5 ຊົ່ງໂມງ 30 ນາທີ ໃນໄລຍະທາງ 420 ກວ່າກິໂລແມັດ ເຊິ່ງຜ່ານການແລ່ນລົດໄຟລົດທອງ​ ກໍ່ຈະມີການປັບປຸງທຸກລະບົບທີ່ກ່ຽວຂ້ອງກັບລົດໄຟ ແລະ​ ເພີ່ມຄວາມໄວຂຶ້ນຈົນເຖິງ 170 km/ຊົ່ວໂມງ

ເພື່ອໃຫ້ໄດ້ກາຍມາດຕະຖານຂອງລົດໄຟຂະບວນ “ລ້ານຊ້າງ” ທີ່ຈະແລ່ນໃນຄວາມໄວ 160 km/ຊົ່ວໂມງ ເພື່ອຮັບປະກັນຄຸນນະພາບ ແລະຄວາມປອດໄພຂອງການດໍາເນີນການລົດໄຟໂດຍສານ ແລະສິນຄ້າ​ ທີ່ຈະເປີດຢ່າງເປັນທາງການໃນວັນທີ 2 ທັນວາ 2021.

 

ຂ່າວໂດຍຍ​: CRI,​ ພາບ: ສອນປະເສີດ.

Author: PP

Leave a Reply

Your email address will not be published. Required fields are marked *