ບັດຢັ້ງຢືນ ການຮັບວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ເປີດນຳໃຊ້ລະຫັດ QR ແລ້ວ

ໃນວັນທີ 22 ຕຸລາ 2021, ພິທີເປີດການນໍາໃຊ້ລະຫັດ QR ໃນບັດຢັ້ງຢືນການຮັບວັກຊີນກັນພະຍາດໂຄວິດ-19 ຢ່າງເປັນທາງການໄດ້ຖືກຈັດຂຶ້ນທີ່ ສູນການຄ້າລາວໄອເຕັກ.

ລະບົບດັ່ງກ່າວຖືກພັດທະນາໂດຍ ກະຊວງສາທາລະນະສຸກ, ອົງການອະນາໄມໂລກ ແລະ ຄູ່ຮ່ວມພັດທະນາ ເຊີ່ງຈະເປັນບາດກ້າວສໍາຄັນໃນການຮັບປະກັນວ່າບັດຢັ້ງຢືນການຮັບວັກຊີນຈະແມ່ນບັດແທ້ ແລະ ສາມາດກວດສອບຜ່ານທາງດີຈິຕ້ອນໄດ້.

ສໍາລັບຜູ້ທີ່ຮັບບໍລິການວັກຊີນ, ຂໍ້ມູນສ່ວນຕົວ ແລະ ຂໍ້ມູນກ່ຽວກັບວັກຊີນຈະຖືກບັນທຶກເຂົ້າໃນລະບົບຖານຂໍ້ມູນສໍາລັບວັກຊີນກັນພະຍາດໂຄວິດ-19.

ຈາກນັ້ນ ລະຫັດ QR ຈະຖືກສ້າງຂຶ້ນ ແລະ ພິມລົງໄປດ້ານຫຼັງຂອງບັດຢັ້ງຢືນການຮັບວັກຊີນ.

ພິທີດັ່ງກ່າວໄດ້ຮັບກຽດເຂົ້າເປັນປະທານໂດຍ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ດຣ ຈັນສາລີ ພົມມະວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ວິສິດ ຄໍາລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ, ດຣ ວຽງຂັນ ພິໄຊ ຮອງຫົວໜ້າສູນສຸຂະພາບແມ່ ແລະ ເດັກ ແລະ ທ່ານ ໂຣລັນ ດີລິບຄູມາ ເຮັນສມັນ, ວິຊາການຊ່ຽວຊານຈາກ ອົງການອະນາມາໂລກ.

Author: PP

Leave a Reply

Your email address will not be published. Required fields are marked *