ອີກແລ້ວ..!! ສາຍໄຟຖືກໂຈນລັກຕັດໄປອີກແລ້ວ ຢູ່ທາງລົດໄຟລາວ-ຈີນ

ຕອນເຊົ້າຂອງວັນທີ 23 ຕຸລາ 2021 ທີ່ ເມືອງໄຊ ແຂວງອຸດົມໄຊ ໃນໄລຍະ 350 ແມັດ ສາຍໄຟຂອງລົດໄຟລາວ-ຈີນ ໄດ້ຖືກຕັດຂາດ 8 ຈຸດ ເຊິ່ງຄັ້ງນີ້ເປັນຄັ້ງທີ 5 ຢູ່ຈຸດດັ່ງກ່າວ.

ຫາກເກີດເຫດການແບບນີ້ຕໍ່ໄປນອກຈາກຈະສົ່ງຜົນກະທົບຕໍ່ການກວດກາເຕັກນິກລົດໄຟແບບເຄື່ອນທີ່ ແລະ ສົ່ງຜົນກະທົບເຖິງການເປີດດຳເນີນການໃນເດືອນ ທັນວາ ທີ່ຈະມາເຖິງແລ້ວ, ຍັງລວມໄປເຖິງຄວາມປອດໄພໃນການແລ່ນລົດ ແລະ ຄວາມປອດໄພຂອງປະຊາຊົນທຸກຄົນເອງ.

ສະນັ້ນ, ຮຽກຮ້ອງໃຫ້ປະຊາຊົນທຸກຄົນເປັນເຈົ້າການຮ່ວມກັນ, ຊ່ວຍກັນເປັນຫູເປັນຕາ, ຖ້າພົບເຫັນຄົນໄປຕັດ, ລັກ ຫຼື ທຳລາຍສາຍໄຟຂອງທາງລົດໄຟໃຫ້ຊ່ວຍກັນແຈ້ງເຈົ້າໜ້າທີ່ໃກ້ຄຽງໃຫ້ໄວທີ່ສຸດ.

ປະຈຸບັນ, ເຫດການນີ້ໄດ້ຖືກແຈ້ງໃຫ້ເຈົ້າຫນ້າທີ່ທະຫານ,ຕຳຫລວດຮັບຊາບເປັນທີ່ຮຽບຮ້ອຍແລ້ວ. ຖ້າຜູ້ກຳທຳຜິດຖືກຈັບໄດ້ກໍຈະຖືກນຳມາປະຕິບັດໂທດຕາມລະບຽບກົດໝາຍ.

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *