ຄົນພິການບໍ່ມີທາງສູ້ແທ້ໆ..!! ຕຳແລ້ວກະຍັງບໍ່ມາຮັບຜິດຊອບເນາະສັງຄົມທຸກມື້ນີ້

ເຫດຕຳແລ້ວຫນີເຂດຫນ້າອາພາດເມັ້ນອາລິນ້າແຖວວຽງຈະເລີນ ໃນເວລາປະມານ23:06 ວັນທີ່ 23 /10/2021 ຂ້ອຍໄດ້ຂີ່ລົດກາຍແຖວນັ້ນພໍດີ.ເຫັນລາວນັ່ງໄຫ້ເລີຍຮ້ອງຖາມລາວວ່າເປັນຫຍັງ?. ລາວຕອບວ່າຖືກລົດຕຳ ແລ້ວຂ້ອຍກໍເລີຍຮ້ອງໃສ່ລົດຄັນທາງຫນ້າໃຫ້ຈອດເບີ່ງຊ່ວຍກັນກ່ອນ .

ພວກຂ້ອຍກໍໄດ້ ໂທຫາກູ້ໄພໃຫ້ແລະ ຖາມລາວວ່າມີເບີພີນ້ອງບໍ ຈະໂທແຈ້ງເພີ່ນໃຫ້ .ທາງເຮົາກໍໄດ້ຖາມໃນຄະນະທີຖ້າລົດກູ້ໄພມາຮອດ.ລາວວ່າລົດຈັກຄັນສີຂາວຕຳລາວບໍ່ຈື່ທະບຽນລົດບໍ່ຮູ້ຍີຫໍ້ລົດ ເຂົາຕຳລາວແລ້ວຫນີ

ຫລັງຈາກກູ້ໄພມາຮອດ ພວກຂ້ອຍກໍໄດ້ແຈ້ງກູ້ໄພຕາມທີຢູ່ກ່ຽວໄດ້ເວົ້າໃຫ້ຟັງ ແລ້ວກູ້ໄພວ່າຈະໄດ້ຂໍເປິດກ້ອງວົງຈອນປິດແຖວນັ້ນເພື່ອຊອກຫາຄົນທີ່ເຮັດຜິດມາຮັບຜິດຊອບ

#ຕຳແລ້ວຫນີຂ້ອຍກະວ່າຊົ່ວພໍແຮງ

#ອັນນີ້ຕຳຄົນພິການແລ້ວຫນີ

#ຄົນທີຕຳກໍບໍ່ມີຈິດສຳນຶກເລີຍບ

#ຂອບໃຈລົດຄັນທາງຫນ້າເດີ້ທີ່ຮ່ວມການຊ່ວຍເຫລືອນຳກັນເປັນພະຍານນຳກັນ

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *