ເມືອງ ທຸລະຄົມ ປະກາດດ່ວນ..!! ຫ້າມອອກຈາກເຮືອນໄປສູ່ຊຸມຊົນ ຫ້າມການເດີນທາງໄປນະຄອນຫຼວງວຽງຈັນ

ເມືອງ ທຸລະຄົມ ປະກາດດ່ວນ ຫ້າມອອກຈາກເຮືອນໄປສູ່ຊຸມຊົມ , ກຸ່ມສ່ຽງ , ເມືອງ ໃກ້ຄຽງ ແລະ ຫ້າມເດີນທາງໄປ ນະຄອນຫຼວງ ວຽງຈັນ.

ປະກາດດ່ວນທີ່ສຸດ 25/10/2021 ອີງໃສ່ສະພາບການແຜ່ລະ ບາດຂອງເຊື້ອພະຍາດໂຄວິດ 19 ຢູ່ແຂວງວຽງຈັນມື້ນີ້ແມ່ນໜັກໜ່ວງຫລາຍ ແລະ ໜ້າເປັນຫ່ວງທີ່ສຸດທົ່ວແຂວງມີກໍລະນີຕິດເຊື້ອໂຄວິດ19 ຈຳນວນ 184 ກໍ ລະນີ, ຈຶ່ງຂໍຮຽກຮ້ອງໃຫ້ທຸກຄົນຢູ່ເຮືອນ ແລະ ຫ້າມອອກຈາກເຮືອນໄປສູ່ຊຸມຊົນ, ຫ້າມໄປຫາກຸ່ມສ່ຽງ, ໂດຍສະເພາະແມ່ນເດີນທາງໄປນະຄອນຫລວງວຽງຈັນ ແລະ ເມືອງໃກ້ຄຽງ ທີ່ມີການລະບາດຮຸນແຮງ, ສ່ວນການເຄື່ອນໄຫວຢູ່ພາຍໃນເມືອງທຸລະຄົມທີ່ຮູ້ປະຫວັດກັນລະ ອຽດ.

ຖ້າຈໍາເປັນແທ້ກໍ່ສາມາດເຄື່ອນໄຫວໄປມາອອກຈາກເຮືອນໄດ້, ແຕ່ຕ້ອງປະຕິບັດຕາມມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດທີ່ສຸດ ເປັນຕົ້ນໃສ່ຜ້າປິດປາກ, ຮັກສາໄລຍະຫ່າງ ແລະ ວິທີປ້ອງກັນອື່ນໆ

ຕາມຄໍາສັ່ງສະບັບເລກທີ 064-065/ຄສກ.ທຄ, ຄຳສັ່ງເລກທີ 016/ຈຂ.ວຈ, ຄໍາສັ່ງເລກທີ 057/ຈມ.ທຄ ກໍ່ຄືຄໍາສັ່ງເລກທີ 15/ນຍ, ຄໍາສັ່ງເລກທີ 007/ຈຂ.ວຈ, ຖ້າຫາກຈໍາເປັນແທ້ຕ້ອງມີເອກະ ສານຄົບຖ້ວນຖືກຕ້ອງ

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *