
ໝາກເຂືອຂື່ນອຸດົມໄປດ້ວຍວິຕາມີນ ແລະ ແຮ່ທາດຫຼາຍຊະນິດໂດຍຄຸນຄ່າທາງໂພສະນາການຂອງໝາກເຂືອຂື່ນຕໍ່ 100 ກຼາມ ຈະປະກອບໄປດ້ວຍວິຕາມີນຊີ 63 ມິນລີກຼາມ, ແຄລຊຽມ 55 ມີນລີກຼາມ, ຟົດສະຟໍຣັດ 22 ມີນລີກຼາມ, ສານສຳຄັນໃນໝາກເຂືອຂື່ນຄື:
ສານອັລຄາລອຍຕ່າງໆໃນທາງການຢາຈະໃຊ້ສານດັ່ງກ່າວເປັນສ່ວນປະກອບໃນຕຳລັບຢາຫຼາຍຊະນິດເຊັ່ນ:
ຢາບຳລຸງກຳລັງ, ຢາແກ້ຂີ້ກະເທີ່, ແກ້ຕາຕໍ້, ແກ້ໄຂ, ຮັກສາແຜເປັນ ແລະ ຫືດ ເປັນຕົ້ນ. ໃບສົດໃຊ້ພາຍນອກນຳມາຕຳໂພະແກ້ພິດ, ແກ້ຝີໜອງ.