ເມືອງໝື່ນ ແຂວງ ວຽງຈັນ ສືບຕໍ່ປິດການເຂົ້າອອກຈົນຮອດ ວັນທີ່ 7 ພະຈິກ 2021

ປັດຈຸບັນການ ແ ຜ່ລ ະບາ ດຂອງພ ະຍາ ດໂຄວິດ-19 ຢູ່ປະເທດຂອງພວກເຮົາໄດ້ລະບາ ດເປັນວົງກ້ວາງ, ໂດຍສະເພາະເມືອງໝື່ນ​ ກໍ່ມີກໍລະນີຕິດເຊື້ ອໂຄວິດ-19 ໃນຊຸມຊົນເພີ່ມຂຶ້ນ, ຈາກສະພາບດັ່ງກ່າວນັ້ນ ຄະນະສະເພາະກິດຂັ້ນເມືອງໄດ້ລາຍງານໃຫ້ຊາບວ່າ: ອັດຕາສ່ວນຂອງຜູ້ທີ່ໄດ້ສໍາຜັດກັບຜູ້ຕິດເຊື້ອ ໃນ 18 ກໍລະນີຂອງເມືອງໝື່ນນີ້ ແມ່ນມີຄວາມສ່ຽງສູງທີ່ຈະເຮັດໃຫ້ການແ ຜ່ລ ະບາ ດສືບຕໍ່ເປັນວົງກ້ວາງ ສະນັ້ນ ເພື່ອເປັນການສະກັດກັ້ນການແ ຜ່ລ ະບາ ດຂອງພະຍາ ດໂຄວິດ-19 ບໍ່ໃຫ້ແ ຜ່ລ າມໄປສູ່ບ້ານອື່ນໆໃນທົ່ວເມືອງໝື່ນ.ເຈົ້າເມືອງໆໝື່ນ ອອກຄໍາສັ່ງ:

1. ສືບຕໍ່ປີດການເດີນທາງເຂົ້າ-ອອກເມືອງໝື່ນ ຊົ່ວຄາວ, ນັບແຕ່ ວັນທີ 25 ຕຸລາ 2021 ຫາ ວັນທີ 07 ພະຈິກ 2021.

2. ໃຫ້ພະນັກງານ-ລັດຖະກອນ ຜັດປ່ຽນການມາປະຈໍາການ ໃນໄລຍະຂອງການລະບາດພະຍາດໂຄວິດ-19 ນີ້, ສ່ວນຜູ້ພັກຢູ່ເຮືອນກໍ່ເຮັດວຽກຜ່ານລະບົບການສື່ສານ ອີເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ, ຍົກເວັ້ນ ເຈົ້າຫນໍາທີ່ຕຳຫຼວດ, ເຈົ້າໜ້າທີ່ດັບເພີງ, ແພດໝໍ, ພະນັກງານບໍລິການໄຟຟ້າ, ພະນັກງານທະນາຄານ, ພະນັກງານເຮັດວຽກສະກັດກັ້ນ, ການລະບາດ,​ ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ.​ ໃຫ້ທຸກພາກສ່ວນເປັນເຈົ້າການຕິດຕາມ, ກວດກາຜູ້ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ເພື່ອຂື້ນບັນຊີຜູ້ຕິດເຊື້ອ ( C)​ ແລະ ກຸ່ມທີ່ມີຄວາມສ່ຽງຕ່າງໆ.​ ນອກຈາກນີ້ຍັງມີມາດຕະການອື່ນໆຕື່ມ ພ້ອມທັງມາດຕະການປັບໄໝຕໍ່ຜູ້ລະເມີດ.​

ລາຍລະອຽດດັ່ງແຈ້ງການລຸ່ມນີ້

.

.

Author: PP

Leave a Reply

Your email address will not be published. Required fields are marked *