ສະມາຊິກ PS ວ່າແນວໃດ ບໍລິສັດພີເອັສ ຈະກັບມາເປີດໂຕຟື້ນຟູອີກຄັ້ງ

ຂ່າວນີ້ຄົງເຮັດໃຫ້ບັນດາສະມາຊິກຂອງພີເອັສຕື່ນຍຸບຫຍັບ ພາຍຫຼັງທີ່ອົດຖ້າອົດຟັງມານານນັບ 4 ປີ ນັບແຕ່ມີການໂຮມກັນປະທ້ວງທີ່ບໍລິສັດເມື່ອປີ 2017 ຈົນສະມາຊິກຫຼາຍຕໍ່ຫຼາຍຄົນໝົດຫວັງບໍ່ຄອງຄອຍອີກ ແຕ່ມາມື້ນີ້ຈັ່ງໄດ້ຂ່າວວ່າ: ໃຫ້ກະຊວງຍຸຕິທຳສົມທົບກັບກະຊວງປ້ອງກັນຄວາມສະຫງົບ ເພື່ອໃຫ້ຄວາມເປັນທຳແກ່ຜູ້ທີ່ເປັນສະມາຊີກຂອງບໍລິສັດ.

ອີງຕາມເອກະສານຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີສະບັບເລກທີ 1293/ຫສນຍ ລົງວັນທີ 11 ຕຸລາ 2021 ລະບຸວ່າ: ໃຫ້ກະຊວງຍຸຕິທຳສົມທົບກັບກະຊວງປ້ອງກັນຄວາມສະຫງົບ ປືກສາຫາລືຄົ້ນຄວ້າຫາທາງແກ້ໄຂ ເພື່ອໃຫ້ຄວາມເປັນທຳແກ່ ສະມາຊິກຂອງບໍລິສັດພີເອັສຈຳນວນ 37.207 ຄົນທີ່ບໍ່ໄດ້ຮ້ອງຟ້ອງພີເອັສ ແລ້ວລາຍງານຄືນມາຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.

ເມື່ອເວົ້າເຖິງບໍລິສັດພີເອັສ ມີໜ້ອຍຄົນທີ່ບໍຮູ້ ແຕ່ເຮົາກັບໄປຢ້ອນຄືນຫຼັງ ເນື່ອງຈາກເຫດການມີສະມາຊິກ ຂອງບໍລິສັດ ພິເອັສເອງ ໄດ້ໄປປະທ້ວງໃນຄັ້ງວັນທີ 11-12/09/2017 ຈີ່ງເຮັດໃຫ້ ປະທານ ແລະ ຄະນະບໍລິຫານ ຂອງບໍລິສັດ ພິເອັສ ແລະ ສະມາຊິກຈຳນວນ ໝື່ງຖືກຈັບຕົວໄປດຳເນີນຄະດີ ໃນຄັ້ງວັນທີ 12/09/2017 ຈາກນັ້ນມາກໍ່ມິດໄປເລີຍ ຜູ້ທີ່ໄດ້ລົງເງິນໄປຫຼາຍຕໍ່ຫຼາຍຄົນແມ່ນລໍຄອຍຄຳຕອບຢູ່ຈົນທຸກວັນນີ້.

ເຊີ່ງຄະດີດັ່ງກ່າວຕາມຂໍ້ມູນເບື້ອງຕົ້ນແມ່ນໄດ້ຕັດສິນເປັນທີ່ຮຽບຮ້ອຍແລະໃຊ້ໄດ້ຢ່າງເດັດຂາດໃນທາງກົດໝາຍແລ້ວ ແຕ່ດ້ວຍເຫດຜົນທີ່ວ່າຜ່ານໄລຍະ 4 ປີມານີ້ດ້ວຍການດຳເນີນຂອງສະມາຊີກທີ່ໄດ້ຮ້ອງຟ້ອງ ສ່ວນໜ້ອຍຈຳນວນ 33. 376 ຄົນ ຈີ່ງເຮັດໃຫ້ສະມາຊິກທຸກຄົນຕ້ອງອັບປະໂຫຍດໄດ້ຮັບຄວາມເດືອດຮ້ອນມາຕະຫຼອດ 4 ປີບໍ່ໄດ້ຮັບການແກ້ໄຂ. ບໍລິສັດກໍ່ຖືກປິດ ເກີດເປັນປ່າຮ້າງ ໂຮງຈັກໂຮງງານຖືກເປເພເສຍຫາຍ.

ຍີ່ງແກ່ຍາວໄປເທົ່າໃດການທີ່ສະມາຊິກຈະໄດ້ເງີນຄືນຍີ່ງມີເປີເຊັນໜ້ອຍໄປເທົ່ານັ້ນ. ດ້ວຍແນວທາງອັນຖືກຕ້ອງຂອງພັກ- ລັດ ເມື່ອເລື່ອງເກີດຂື້ນຍ້ອນສະມາຊີກກໍ່ຕ້ອງຖືກແກ້ໄຂປົດລັອກດ້ວຍສະມາຊິກກັນເອງ. ດ້ວຍເຫດນັ້ນ. ເມື່ອສະມາຊິກຜູ້ຮ້ອງຟ້ອງມີພຽງ 33.376 ຄົນ.

ແຕ່ສະມາຊິກຜູ້ບໍ່ໄດ້ຮ້ອງຟ້ອງແມ່ນມີຫຼາຍ ກວ່າຄື 37.207 ຄົນ ຈີ່ງມີເຫດຜົນພຽງພໍທີ່ຈະມາປົດລັອກເລື່ອງນີ້ໄດ້ດ້ວຍການຂໍຄໍ້າປະກັນປະທານ ແລະ ຄະນະບໍລິຫານ ບໍລິສັດ ພິເອັສ ໃຫ້ອອກມາຟື້ນຟູ ບໍລິສັດ ດຳເນີນທຸລະກິດ ຕໍ່ເພື່ອຫາເງິນມາໃຊ້ແທນ ສະມາຊິກ ທັງໝົດນັບທັງຜູ້ບໍ່ໄດ້ຮ້ອງຟ້ອງ ແລະ ຜູ້ຮ້ອງຟ້ອງ.

ຈາກຜົນການຮ້ອງຂໍ ຄ້ຳປະກັນຈະອອກມາເປັນແນວໃດຍັງບໍ່ເປັນທີ່ແນ່ນອນ ແຕ່ລັດຖະບານມີທິດຊີ້ນຳໃຫ້ພ້ອມມີແນວທາງແກ້ໄຂແລ້ວຖືເປັນຄວາມຫວັງຂອງສະມາຊິກທຸກຄົນ ແລະຂໍໃຫ້ເລື່ອງນີ້ເປັນບົດຮຽນນຳໄປເລົ່າສູ່ລູກຫຼານຟັງຢ່າໄດ້ພາກັນລົງທຶນ ຫວັງກຳໄລຫຼາຍແບບນີ້ອີກ.

Author: PP

Leave a Reply

Your email address will not be published. Required fields are marked *