ບໍ່ຕ້ອງຕົກໃຈ..!! ເຟສບຸກຍັງໃຊ້ຊື່ເດີມ ແລະ ເມນູຕ່າງໆແມ່ນຍັງຄືເກົ່າ ພຽງປ່ຽນຊື່ບໍລິສັດເທົ່ານັ້ນ

ພາຍຫຼັງມີກະແສກ່ຽວກັບການປ່ຽນຊື່ເຟສບຸກ ຈື່ງເຮັດໃຫ້ຫຼາຍຄົນຕົກໃຈແຕ່ບໍ່ຕ້ອງຕົກໃຈຂະໜາດນັ້ນ ເຊິ່ງຫຼັກສູດMark Zuckerberg ເຈົ້າຂອງບໍລິສັດໄດ້ອອກມາປະກາດຊື່ບໍລິສັດ facebook ເປັນ Meta ເຊິ່ງຈະມີຜົນ 29 ຕຸລາ 2021 ນີ້ແຕ່ຜະລິດຕະພັນຕ່າງໆທີ່ເປັນສື່ສັງຄົມອອນລາຍໃນບໍລິສັດ ແມ່ນຍັງໃຊ້ຄືເກົ່າ

ກ່ອນໜ້ານີ້ຫຼາຍຄົນຈະເຄີຍໄດ້ຍີນການປ່ຽນຊື່ປ່ຽນໜ້າຕາ ແລະ ການປ່ຽນຊື່ຂອງເຟສບຸກ ຫຼ້າສຸດແມ່ນ mark Zuckerberg ໄດ້ມີການປະກາດຢ່າງເປັນທາງການຊື່ໃໝ່ຂອງບໍລິສັດແມ່ນຄື Meta ເພື່ອເປັນການສື່ເຖິງພາບລັກຂອງບໍລິສັດ ແລະ ເພື່ອຮອງຮັບບໍລິການໃໝ່ໆໃນອະນາຄົດທີ່ຈະເຮັດໃຫ້ທຸກຄົນກ້າວໄປສູ້ໃບໂລກໃໝ່, ໂລກສະເໝືອນຈິງ ແລະ ມ່ວນໄປກັບມັນ. ຈາກນີ້ບໍລິສັດຈະໃຫ້ຄວາມສຳຄັນ Metaverse ເປັນອັນດັບທຳອິດ

ສຳລັບພາລະບົດບາດນີ້ເແມ່ນເພື່ອເລັ່ງພັດທະນາເຕັກໂນໂລຢີພື້ນຖານ,ແພລດຟອມສັງຄົມອອນລາຍ ແລະ ເຄື່ອງມືສ້າງສັນເພື່ອເຮັດໃຫ້ Metaverse ມີຊີວິດ ແລະ ຈະປະສົມປະສານກັບເຕັກໂນໂລຢີເຫຼົ່ານີ້ຜ່ານແອັບສື່ສັງຄົມອອນລາຍ ໂດຍຊື່ວ່າ Metaverse ຈະສາມາດເປີດປະສົບການທີ່ດີກວ່າສີ່ງທີ່ມີຢູ່ໃນປະຈຸບັນ ເພາະພາຍໃຕ້ບໍລິສັດມີບໍລິການອື່ນໆນອກເໜືອຈາກເຟສບຸກ

ການປ່ຽນແປງເປັນການປ່ຽນຊື່ຂອງບໍລິສັດເທົ່ານັ້ນ ແຕ່ແອັບ ຫຼື ຜະລິດຕະພັນທີ່ເປັນສື່ສັງຄົມອອນລາຍໃນເຄືອບໍລິສັດຈະໃຊ້ຊື່ເດີມເຊັ່ນ: Instagarm , Facebook , WhatApp ແລະ ອື່ນໆ ແມ່ນຍັງຈະໃຊ້ຊື່ເດີມ

ແຫຼ່ງຂໍ້ມູນ:

.facebook.com/863688830851128

Author: PP

Leave a Reply

Your email address will not be published. Required fields are marked *