ກອງພັນໃຫຍ່ 11 ເປີດອົບຮົມຫັດແອບຊ້ອມຮົບປະສານສຽງແຕກ 3 ຂັ້ນຝ່າຍດຽວ ລະຫັດ(ກຳປັ່ນເຫຼັກ02)

ວັນທີ 2 ພະຈິກ 2021 ນີ້, ກອງພັນໃຫຍ່ 11 ໄດ້ເປິດພິທີອົບຮົມຫັດແອບຊ້ອມຮົບປະສາດສຽງແຕກ 3 ຂັ້ນຝ່າຍດຽວປະຈຳປີ 2021 ຂຶ້ນໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພັນແສງ ບູນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຜູ້ຕາງໜ້າມາຈາກກົມໃຫຍ່-ກົມນ້ອຍ ອ້ອມຂ້າງກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.

ສະຫາຍ ພັນໂທ ສົມແພງ ແກ້ວສີລາ ຫົວໜ້າພະແນກເສນາທິການກອງພັນໃຫຍ່ 11 ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳສັ່ງແນະນໍາຂອງກົມອົບຮົມກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການຫັດແອບການທະຫານ- ການເມືອງ, ພະລາທິການ-ເຕັກນິກໃຫ້ກຳລັງຫຼວງ-ກຳລັງທ້ອງຖີ່ນໃນທົ່ວປະເທດ ປະຈຳປີ 2021 ແລະ ແຜນການອົບຮົມຫັດແອບຊ້ອມຮົບປະສາດສຽງແຕກ 3 ຂັ້ນຝ່າຍດຽວ ຂັ້ນກອງພັນນ້ອຍ-ຂັ້ນກອງຮ້ອຍ-ຂັ້ນໝວດ ຂອງກອງພັນໃຫຍ່ 11 ໂດຍມີກໍາລັງຍິງປະສານສຽງແຕກຂັ້ນກອງຮ້ອຍເພີ່ມທະວີ ເພື່ອກວດກາຕີລາຄາຄືນວຽກງານກຽມພ້ອມສູ້ຮົບຮອບດ້ານ

ແລະ ຄວາມອາດສາມາດຕົວຈິງ ຂອງກຳລັງພົນ, ພາຫະນະ ແລະ ຍຸດໂທປະກອນຕາມການປະກອບຂອງກົມກອງ, ເປັນການຍົກສູງລະດັບຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈກ່ຽວກັບວຽກງານເສນາ ແລະ ວຽກງານການເມືອງ, ພະລາທິການ, ເຕັກນິກ ຮັບໃຊ້ສູ້ຮົບໃຫ້ຜູ້ບັນຊາ-ນຳພາ ແລະ ພາກສ່ວນຮັບປະກັນ, ເຮັດໃຫ້ຜູ້ບັນຊາ-ນຳພາແຕ່ລະຂັ້ນ ແລະ ພະນັກງານ-ນັກຮົບໃນກົມກອງ ໄດ້ເຝຶກຝົນຫຼໍ່ຫຼອມດ້ານຄຸນທານການເມືອງ

ເຝຶກແອບຮໍ່າຮຽນດ້ານສິລະປະຍຸດ-ຍຸດທະວິທີ, ລະບຽບແບບແຜນ ແລະ ເຝຶກຝົນກຳລັງແຮງກາຍ ເປັນກິດຈະວັດປະຈຳ, ຕໍ່ເນື່ອງ, ສີ້ນເຄີຍໃນການເຄື່ອນໄຫວຊ້ອມຮົບທີ່ຄ້າຍຄືກັບການເຄື່ອນໄຫວສູ້ຮົບຕົວຈິງ ຢູ່ເທິງພູມີປະເທດ ແລະ ເປັນການຄົ້ນຄວ້າຕີລາຄາສະພາບການ, ກົນອຸບາຍ, ເລ້ລ່ຽມສູ້ຮົບ ຂອງກຸ່ມຄົນບໍ່ດີຢູ່ພາຍໃນ ແລະ ສັດຕູພາຍນອກ ເພື່ອກຽມພ້ອມຕີຕອບສັດຕູໃຫ້ທັນເວລາ ແລະມີປະສິດຕິພາບ.

ເຊິ່ງເນື້ອໃນການຫັດແອບຊ້ອມຮົບໃນຄັ້ງນີ້ ໄດ້ຈັດຕັ້ງແບ່ງອອກເປັນ 2 ພາກຄື ພາກບັນຊາເທິງແຜນທີ່ ແລະ ພາກປະຕິບັດສູ້ຮົບຢູ່ພູມີປະເທດຕົວຈິງ, ການຫັດແອບຊ້ອມຮົບໃນຄັ້ງນີ້ຈະດໍາເນີນໄປເປັນເວລາ 30 ວັນຈຶ່ງຈະສຳເລັດ. ໂອກາດດັ່ງກ່າວ , ສະຫາຍ ພົນຈັດຕະວາ ພັນແສງ ບູນພັນ ກໍ່ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍທີ່ເຂົ້າຮ່ວມຫັດແອບຊ້ອມຮົບ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ານເມືອງຂອງຕົນທີ່ໄດ້ຮົບມອບໝາຍ

ເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າຄິດ, ກ້າຕັດສິນໃຈ, ກ້າຮັບຜິດຊອບ ແລະ ມີພິກໄຫວ, ເປັນເຈົ້າການແກ້ໄຂຜ່ານຜ່າທຸກຂໍ້ຫຍຸ້ງຍາກທີ່ເກີດຂຶ້ນ ໃນການເຄື່ອນໄຫວຫັດແອບຊ້ອມຮົບໃນຄັ້ງນີ້, ຜູ້ບັນຊາ-ນຳພາ ແຕ່ລະຂັ້ນ ຕ້ອງກຳໄດ້ທິດສະດີຫຼັກການກ່ຽວ ກັບວຽກງານເສນາທິການ ແລະ ວຽກງານການເມືອງ, ພະລາທິການ, ເຕັກນິກ ຮັບໃຊ້ການຊ້ອມຣົບ

ກຳໄດ້ ກົນອຸບາຍ, ເລ້ລ່ຽມສູ້ຮົບຂອງສັດຕູ ແລະ ມີຄວາມສາມາດໃນການ ຕີຕອບ ຕ້ານສັດຕູ, ນັກຮົບແຕ່ລະສະຫາຍ ຕ້ອງຍົກລະດັບຄວາມຮັບຮູ້ ແລະ ຂີດຄວາມສາມາດ ດ້ານສິລະປະຍຸດ-ຍຸດທະວິທີ, ຮູ້ໝູນໃຊ້ພາກທິດສະດີ ເຂົ້າກັບສະພາບພູມີປະເທດ ແລະ ເງື່ອນໄຂ ສະພາບຕົວຈິງຂອງກົມກອງ, ຕ້ອງຮັກສາຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຮັບປະ ກັນຄວາມປອດໄພ 100%.

 

Author: PP

Leave a Reply

Your email address will not be published. Required fields are marked *