ເຕືອນໄພ..!! ໃຫ້ທຸກຄົນລະວັງນີ້ແມ່ນໂສມໜ້ານັກຕົ້ມຕຸນໜີຄະດີມາແຕ່ປະເທດໄທ

ນີ້ແມ່ນໂສມໜ້ານັກຕົ້ມຕຸນບຸກຄົນອັນຕະລາຍ (ທ້າວ ໄຕຼລັດ) ຜູ້ກ່ຽວເປັນຄົນສັນຊາດໄທ ເປັນນັກຕົ້ມຕຸນທີ່ໜີຄະດີມາແຕ່ປະເທດໄທ ແລ້ວມາເຮັດປອມແປງເອກະສານຢູ່ລາວ,ຄົນຜູ້ດຽວມີ2ສັນຊາດ(ຢູ່ແຂວງຫລວງພະບາງ) ໂດຍອ້າງວ່າຕົນເອງເປັນຄົນລາວສັນຊາດລາວ ເພື່ອມາຕົ້ມຕຸນ ແລະ ລອກລວງປະຊາຊົນຢູ່ລາວ

– ອ້າງວ່າຕົນເອງເປັນລູກຊາຍດຽວຂອງເຈົ້າຍິງສະຫວີວັນ (ທີ່ເປັນລູກສາວຂອງເຈົ້າຊີວິດ).

– ອ້າງວ່າຕົນເອງເປັນຫຼານຂອງເຈົ້າສີສະຫວ່າງວັດທະນາ ເຈົ້າຊີວິດອົງສຸດທ້າຍຂອງປະເທດລາວ.

– ອ້າງວ່າເປັນລູກຫລານຜູ້ລັກຜູ້ໃຫຍ່ຢູ່ນະຄອນຫລວງພະບາງ.

– ອ້າງວ່າຕົນເອງເປັນທີ່ປຶກສາໃຫ້ກັບລັດຖະບານລາວ ແລະ ຍັງເວົ້າວ່າລັດຖະບານເປັນຫນີ້ຕົນເອງ ລັດຖະບານຕ້ອງໄດ້ຈ່າຍເງີນໃຫ້ຕົນເອງແມ່ນ 25ຕື້/ປີ.

– ອ້າງວ່າເປັນເຈົ້າຂອງໂຮງແຮມວັນຊະນະຢູ່ນະຄອນຫລວງວຽງຈັນ.

– ອ້າງວ່າຕົນເອງມີທະນາຄານຢູ່ປະເທດສິງກະໂປ.

– ອ້າງວ່າເປັນຫຸ້ນສ່ວນທະນາຄານກຸງສີປະເທດໄທ.

– ອ້າງວ່າເປັນເຈົ້າຂອງໂຮງງານຜະລິດມັນຕົ້ນ ນຳເຂົ້າ-ສົ່ງອອກທົ່ວປະເທດລາວ.

– ອ້າງວ່າເປັນເຈົ້າຂອງແບຣນແປ້ງນົວແລະນ້ຳປາທີ່ປະເທດໄທ.

– ອ້າງວ່າຕົນເອງມີບໍລິສັດອະສັງຫາລິມະສັບຢູ່ປະເທດໄທປະມານ 17 ບໍລິສັດ.

– ອ້າງວ່າຈະມາລົງທຶນສ້າງໂຮງຫມໍ,ສ້າງໂຮງຮຽນຢູ່ນະຄອນຫຼວງພະບາງ ໂດຍໃຫ້ນະໂຍບາຍວ່າໃຫ້ຄົນທຸກຍາກໄດ້ເຂົ້າໂຮງໝໍຟຣີແລະໄດ້ຮຽນຟຣີ.

– ອ້າງວ່າຕົນເອງເປັນນັກຂຽນໂປຣແກຣມທີ່ເກັ່ງທີ່ສຸດ ຕິດອັນດັບ 2 ຂອງໂລກ

– ອ້າງວ່າເປັນເສດຖີພັນລ້ານຈະມາສ້າງສາພັດທະນານະຄອນຫລວງພະບາງໃຫ້ຈະເລີນຮຸ່ງເຮືອງ ແລະ ເລື່ອງອື່ນໆອີກຫລາຍເລື່ອງ.

ຜູ້ກ່ຽວໜີຄະດີມາແຕ່ໄທມາອາໄສຢູ່ຫຼວງພະບາງແລ້ວໄດ້ປອມແປງເຮັດສຳມະໂນຄົວແລະບັດປະຈຳຕົວປອມແລ້ວໄປຕົ້ມຕຸນເຈົ້າຂອງດິນຢູ່ ບ້ານ ປົ່ງຫວ້ານ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ ໂດຍອ້າງວ່າຈະຊື້ດິນທັງໝົດຈຳນວນຫຼາຍຮ້ອຍລ້ານບາດ ວ່າຈະເຮັດເປັນບ້ານຈັດສັນເພື່ອປຸກເຮືອນຂາຍ

ຫຼັງຈາກນັ້ນຜູ້ກ່ຽວໄດ້ກໍ່ຕັ້ງບໍລິສັດຂື້ນໂດຍໃສ່ຊື່ວ່າ: “ບໍລິສັດ ທອງຄຳແພງດີ” ຕັ້ງຢູ່ ບ້ານວັງເງິນ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ (ສ້າງຕັ້ງຂຶ້ນມາແບບຜິດກົດໝາຍ) ໂດຍເປີດຮັບສະໝັກເອົາພະນັກງານ ແລະ ກຳມະກອນ ເຂົ້າເຮັດວຽກນຳ ຈຳນວນຮ້ອຍປາຍກວ່າຄົນ, ແຕ່ວ່າພະນັກງານ ແລະ ກຳມະກອນ ທີ່ມາເຮັດວຽກຢູ່ບໍລິສັດນີ້ ທຸກຄົນແມ່ນຖືກລາວຕົ້ມຈົນເປື່ອຍລໍ້ໃຊ້ແຮງງານຟຣີໆ

ເຮັດວຽກເປັນເວລາ 2-3ເດືອນແຕ່ບໍ່ມີເງິນຈ່າຍໃຫ້ພະນັກງານຈັກກີບ(ກະຈອກໂພດ) ແລະຍັງບໍ່ພໍອີກ ພະນັກງານທີ່ໄປເຮັດວຽກບາງຄົນຍັງຖືກລາວຈອບອອຍຢືມເງີນໄປແບບໜ້າດ້ານໆຈົນເປັນໜີ້ເປັນສິນຍ້ອນ ບຸກຄົນຜູ້ນີ້ຈະອາໄສຜູ້ຍິງເປັນເຫຍື່ອລໍ້ເພື່ອຫາກິນແຖມຍັງໄປຕິດຫນີ້ບັນດາຮ້ານຂາຍເຄື່ອງກໍ່ສ້າງ, ຮ້ານຂາຍຄອມພິວເຕີ, ຮ້ານເຟີນີເຈີ, ແລະ ຮ້ານຂາຍເຄື່ອງຫ້ອງການ ຢູ່ນະຄອນຫລວງພະບາງ ແລ້ວບໍ່ຈ່າຍເງິນຕອນນີ້ຜູ້ກ່ຽວເອົາໂຕລົບໜີໄປ

 

ທາງນະຄອນຫຼວງວຽງຈັນ ຄາດວ່າໜ້າຈະວາງແຜນໜີໄປປະເທດໄທ ຫຼື ອາດຈະວາງແຜນໄປຕົ້ນຕຸນຫາກິນບ່ອນອື່ນຕໍ່ອີກ! ຖ້າໃຜພົບເຫັນຈົ່ງລະວັງຕົວເອົາໄວ້ໃຫ້ດີ ຢ່າໃຫ້ຕົກເປັນເຫຍື່ອໃຫ້ມັນລອກຕົ້ມເດັດຂາດ ເພາະຄຳເວົ້າຄຳວ່າຂອງຜູ້ກ່ຽວແມ່ນເວົ້າເກັ່ງເວົ້າດີ ເໝືອນກັບວ່າມີມົນວິເສດເປົ່າຫູໃຫ້ຄົນຫຼົງເຊື່ອໄປພ້ອມ.. ແຊຣ໌ໄປໃຫ້ໂລກຮູ້

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *