ຢ່າຖືເບົາ! ອ່ານເດີ້ ຂໍ້ມູນຜູ້ເສຍຊີວິດໃໝ່ຈາກໂຄວິດ +3 ກໍລະນີ (03/11/2021 )

ພະຈິກ 2021
-ຜູ້ທີ 1 : ເພດຊາຍ, ອາຍຸ 75 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ

– ພະຍາດປະຈໍາຕົວ: ຄົນເຈັບເປັນອໍາມະພາດ, ບໍ່ໄດ້ສະຕິ, ຍ່າງບໍ່ໄດ້ 1 ປີ ແລ້ວ, ຮ່າງກາຍຈ່ອຍ ຜ່ອນ
ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

– ວັນທີ 31 ຕຸລາ 2021: ພັນລະຍາຂອງຜູ້ກ່ຽວ ອາຍຸ 65 ປີ ກວດພົບເຊື້ອ
-ວັນທີ 01 ພະຈິກ 2021: ລູກສາວ, ລູກເຂີຍ ແລະ ຫຼານຊາຍ ກວດພົບເຊື້ອໂຄວິດ-19 ເຊັ່ນກັນ


-ວັນທີ 02 ພະຈິກ 2021 ເວລາ 11:25 ໂມງ: ທີມງານແພດ ໄດ້ເກັບຕົວຢ່າງຜູ້ກ່ຽວ ແລະ ຜົນ ກວດແນ່ນພົບເຊື້ອ. ຜູ້ກ່ຽວ ບໍ່ຕອບສະຫນອງ, ແທກຄວາມດັນເລືອດບໍ່ໄດ້ ແລະ ມາຮອດເວລາ
11:30 ໂມງ ຜູ້ກ່ຽວກໍເສຍຊີວິດ ຢູ່ເຮືອນຜູ້ກ່ຽວເອງ

-ຜູ້ທີ 2: ເປັນເພດຊາຍ, ອາຍຸ 69 ປີ, ອາຊີບ: ຊາວນາ, ບ້ານດົງເຫັນ, ເມືອງອາດສະພັງທອງ,ແຂວງສະຫວັນນະເຂດ.

– ພະຍາດປະຈໍາຕົວ: ເຄີຍເປັນພະຍາດ Ischemic Stroke ມາໄດ້ 4-5 ປີ +ຄວາມດັນເລືອດ +
ພະຍາດເບົາຫວານ

– ໄດ້ຮັບການສັກຢາວັກຊີນຄົບ – ວັນທີ 31 ຕຸລາ 2021: ມາກວດຢູ່ໂຮງຫມໍແຂວງ ດ້ວຍອາການອິດເມື່ອຍ, ເຈັບຫົວ, ປວດຕາມ _ ຕົນໂຕ, ມື້ນຊາຕາມຕີນມື ເປັນມາໄດ້ 2-3 ວັນ

– ວັນທີ 01 ຕຸລາ 2021 ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອ ຈຶ່ງຖືກນໍາສົ່ງເຂົ້າມາ
ນອນປິ່ນປົວຢູ່ໂຮງຫມໍພາກສະຫນາມ – ໄລຍະເວລານອນປິ່ນປົວຄົນເຈັບ ແຕ່ວັນທີ 31 ຕຸລາ-02 ພະຈິກ 2021 ລວມເປັນ 03 :

– ມາຮອດເວລາ 2:40 ໂມງເຊົ້າຂອງວັນທີ 02 ພະຈິກ 2021: ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດ
ເຕັ້ນ, ບໍ່ຕອບສະຫນອງແລະ ຄົນເຈັບໄດ້ເສຍຊີວິດ

-ຜູ້ທີ 3: ເພດຊາຍ, ອາຍຸ 43 ປີ, ອາຊີບ: ປະຊາຊົນ, ສັນຊາດ: ຫວຽດນາມ, ບ້ານຢູ່ປະຈຸບັນ:
ຫນອງທາ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ

– ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ແລະ ຄວາມດັນເລືອດສູງ

– ວັນທີ 01 ພະຈິກ 2021: ເຂົ້າມາກວດຢູ່ໂຮງຫມໍ 103 ດ້ວຍອາການໄຂ້, ໄອ, ອິດເມື່ອຍ ແລະ ຖ່າຍເປັນນ້ໍາ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ – ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 01-02 ພະຈິກ 2021 ລວມເປັນ 02 ມື້

– ມາຮອດເວລາ 5:30 ໂມງຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

 

Author: PP

Leave a Reply

Your email address will not be published. Required fields are marked *