
ວັນທີ 9 ກຸມພາ 2021 ທີ່ກະຊວງສາທາລະນະສຸກ ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໄຂ້ຍຸງລາຍ ໂດຍການຖະແຫຼງຂອງ ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ.
ພາບປະກອບຂ່າວເທົ່ານັ້ນ
ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໃຫ້ຮູ້ວ່າ: ໃນວັນທີ 9 ກຸມພາ 2021 ສປປ ລາວ ເຮົາ ແມ່ນ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍທັງໝົດ 2 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ. ສັງລວມນັບແຕ່ວັນທີ 26 ທັນວາ 2020 ຫາ 9 ມັງກອນ 2021 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 115 ຄົນ (ມີລາຍງານກໍລະນີໃນ 12 ແຂວງ, ແຂວງທີ່ມີການລາຍງານຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ 31 ຄົນ, ອັດຕະປຶ 30 ຄົນ, ຖັດລົງມາແມ່ນ ຫຼວງພະບາງ 15 ຄົນ), ບໍ່ມີຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ.
ພາບປະກອບຂ່າວເທົ່ານັ້ນ
ທ່ານ ດຣ ນາງ ລັດສະໝີ ວົງຄໍາຊາວ ກ່າວຕື່ມວ່າ: ຂໍການຮ່ວມມືນຳພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ໃນການຈຳກັດແຫຼ່ງເພາະພັນຂອງໜອນນໍ້າຍຸງລາຍ ທີ່ເປັນພາຫະນຳເຊື້ອພະຍາດ ໂດຍການປະຕິບັດ 5 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫຼຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າຫາກບໍ່ມີໂຕຍຸງ ທີ່ເປັນພາຫະນຳເຊື້ອພະຍາດ ປະຊາຊົນກໍ່ຈະບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ບໍ່ເສຍຊີວີດຍ້ອນພະຍາດໄຂ້ຍຸງລາຍ.