
ສານປະຊາຊົນສູງສຸດ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງປະທານສານປະຊາຊົນນະຄອນຫຼວງວຽງຈັນ ແລະ ຜູ້ພິພາກສາຊັ້ນໜຶ່ງ ຂອງສານປະາຊົນນະຄອນຫຼວງວຽງຈັນ ແລະ ສານປະຊາຊົນເຂດ ຂຶ້ນເມື່ອວັນທີ 12 ກຸມພາ 2021 ຢູ່ສານປະຊາຊົນສູງສຸດ ໂດຍມີທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານນຳພາ ແລະ ວິຊານການເຂົ້າຮ່ວມ.
ທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານແຜນການສ້າງຂະບວນການແກ້ໄຂຄະດີ ຕິດພັນກັບວຽກງານສາມສ້າງຂອງສານປະຊາຊົນນະຄອນຫຼວງວຽງຈັນ ປະຈຳປີ 2021 ແລະ ຜ່ານຂໍ້ຕົກລົງວ່າດ້ວຍການຈໍລະຈອນສຳນວນຄະດີ ແລະ ເອກະສານ ຈາກນັ້ນກໍໄດ້ມີການຜ່ານມະຕິຂອງຄະນະປະຈຳສະພາແຫ່າງຊາດ ວ່າດ້ວຍການແຕ່ງຕັ້ງ ພະນັກງານສານປະຊາຊົນທ້ອງຖິ່ນ
ອີງຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບເລກທີ 10/ສພຊ ລົງວັນທີ 14 ພະຈິກ 2016 ມາດ 33 ອີງຕາມກົດໝາຍວ່າດ້ວຍສານປະຊາຊົນ ສະບັບເລກທີ 22/ສພຊ ລົງວັນທີ 10 ພຶດສະພາ 2017 ມາດຕາ 37 ແລະ ອີງຕາມໃບສະເໜີຂອງທ່ານປະທານສານປະຊາຊົນສູງສຸດ ສະບັບເລກທີ 511/ສປສສ ລົງວັນທີ 11 ພະຈິກ 2020 ຜ່ານການຄົ້ນຄວ້າພິຈາລະນາຂອງກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຄັ້ງວັນທີ 15 ທັນວາ 2020 ຕົກລົງແຕ່ງຕັ້ງທ່ານ ອິກ ເພັງສະມຸດ ຮອງປະທານສານປະຊາຊົນພາກກາງ ເປັນຮອງປະທານສານປະຊາຊົນ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດປະດັບທະນູບ່າ ສວມຊຸດນັ່ງບັນລັງຕັດສິນ ແລະ ມອບມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ຂອງທ່ານ ຄຳພາ ແສງດາຣາ ປະທານສານປະຊາຊົນສູງສຸດ.