ສູດຢາເດັດ…!! ແກ້ອາການກະດູກທັບເສັ້ນໂດຍໃບພູ່ ແລະ ເຫຼົ້າຂາວ.

ມີພີ່ນ້ອງຄົນໜຶ່ງ ໄດ້ບອກ ຂພຈ ວ່າປະມານປີ 2004, ໄດ້ມີອາການກະດູກທັບເສັ້ນເຊິ່ງໄດ້ເຮັດໃຫ້ຂາຂອງລາວອ່ອນແຮງ.


ມີໂອກາດທີ່ຈະເປັນອຳມະພາດສູງ ແລະລາວກໍ່ໄດ້ໄປຫາໝໍ ຢູ່ໂຮງຫມໍ ທ່ານຫມໍບອກວ່າມັນຈະມີຄ່າໃຊ້ຈ່າຍໃນການຜ່າຕັດປະມານ 8ມືນບາດ .

ເພາະສະນັ້ນ ລາວບໍ່ໄດ້ຕັດສິນໃຈຍັງເລີຍ ແຕ່ກັບເຕັມໃຈທີ່ຈະອົດທົນກັບຄວາມເຈັບປວດແລະກັບມາເຮືອນ. ມື້ໜຶ່ງໄດ້ມີຄົນແນະນຳໃຫ້ລາວ.

ນຳເອົາໃບພູ່30ໃບມາຕຳໃຫ້ລະອຽດປົນກັບເຫຼົ້າຂາວຂາວ1ປ໋ອກ(ໃຊ້ປະມານພໍປຽກ ບໍ່ແມ່ນໃຊ້ຫມົດທັງຂວດເດີ).

ຫຼັງຈາກນັ້ນນຳມາທາບໍລິເວນທີ່ມີອາການປວດເຊັ່ນ: ເຈັບເຂົ່າ, ເຈັບບ່າ, ເຈັບຕາມຂໍ່ມືຂໍ່ຕີນ, ທາໃຫ້ທົ່ວບໍລິເວນທີ່ມີອາການປວດ ມື້ຫນຶ່ງສາມາດທາໄດ້ 2-3 ເທື່ອ ແຕ່ລະເທື່ອທ່າທິ້ງໄວ ປະມານ 20-30 ນາທີ ແລ້ວລ້າງອອກ.ຖ້າລອງເຮັດເປັນປະຈຳກໍ່ຈະດີຂື້ນ ເຊິງບໍ່ຫນ້າເຊື່ອເລີຍ ອາການເຈັບທີ່ທ່ານໝໍ ກ່າວໄວ້ຕ້ອງໄດ້ຜ່າຕັດ, ແຕ່ອາການດີຂື້ນຫລັງຈາກທີ່ລອງສູດນີ້.ຜ່ານໄປໄລຍະ 10 ກວ່າປີແລ້ວ, ແຕ່ບໍ່ມີອາການເຈັບປວດຄືທີ່ເຄີຍເປັນໃນເມືອກ່ອນ.

ຖ້າໃຜມີອາການທີ່ກ່າວມາຂ້າງເທິງນັ້ນພຽງແຕ່ຊື້ເຫລົ້າຂາວໃນລາຄາ 5.000ກີບ ແລະ ໃບພູ່ປະມານ20-30ໃບ ກໍ່ສາມາດຮັກສາໃຫ້ຫາຍຂາດໄດ້.

ຊື້ເຫລົ້າຊື້ເບຍກິນຍັງບໍ່ເສຍດາຍ ສະນັ້ນ, ຖ້າໃຜຮູ້ສຶກວ່າໂຕເອງເປັນລອງຊື້ມາທົດລອງເບິ່ງ, ລາຄາບໍ່ແພງອາດຈະເຮັດໃຫ້ທ່ານມີສຸຂະພາບທີ່ດີໄດ້.ອາການປວດທີ່ຍືດຍາວອາດຈະເຮັດໃຫ້ອາການປວດຫລັງ ປວດຕາມແຂນຂາຂໍ່ຕໍ່ດີຂື້ນໂດຍງົບທີ່ທຸກທ່ານແຕະຕອງໄດ້ .

ຫມາຍເຫດຖ້າປະສົມຫລາຍທາບໍ່ຫມົດສາມາດເອົາໄປແຊ່ໄວ້ໃນຕູ້ເຢັນໄດ້ເພື່ອນຳໄປຜອກໃນເວລາຕໍ່ມາ

Author: PP

Leave a Reply

Your email address will not be published. Required fields are marked *