
ລັກສະນະພືດສາດ : ເປັນພືດລົ້ມລຸກ ລໍາຕົ້ນແຕກແໝງເລືອຕາມໝ້າດິນ ມີລໍາຕົ້ນສັ້ນ ແລະ ກິ່ງສີຂຽວ ຫຼື ສີນໍ້າຕານລອມແດງ ແທງຂື້ນເໝືອນໝ້າດິນເລັກນ້ອຍ ຈາກນັ້ນລໍາຕົ້ນແຕກກິ່ງແໝງອອກເປັນຈໍານວນຫຼາຍ ຂະໝານກິ່ງ 0.2-0.3 ມມ, ຍາວ 10-20 ຊມ, ກິ່ງມີລັກສະນະເປັນຂໍ້ປ້ອງ ບໍລິເວນຂໍ້ເປັນສ່ວນແຕກອອກຂອງໃບ, ກິ່ງແໝງອ່ອນມີສີຂຽວອ່ອນ.
ໃບກົງກັນຂ້າງ, ບໍລິເວນຂໍ້ກິ່ງ, ມີຮູບຫອກ, ຂະຫນາດໃບກ້ວາງ 0.5-1 ຊມ, ຍາວ 1-2 ຊມ, ຖານໃບມີແຄບ ຮວງແຫຼມ, ຂອບໃບລຽບ, ປາຍໃບມົນ ຫຼື ແຫຼມ, ໃບສີຂຽວອ່ອນ ແຜ່ນໃບດ້ານລຸ່ມມີສີຈາງ, ມີເສັ້ນກາງໃບ ແລະ ເສັ້ນແໝງໃບບໍ່ສາມາດເຫັນໄດ້ຊັດເຈນ. ດອກອອກເປັນຊໍ່ສັ້ນໆ ຂະໝາດນ້ອຍແທງອອກຢູ່ປາຍກິ່ງ ແຕ່ລະຊໍ່ມີດອກປະມານ 5-8 ດອກ. ໝາກມີລັກສະນະກົມ ຄືກັບໝາກຮູບຮີ ເປືອກໝາກມີສີນໍ້າຕານ ພາຍໃນມີແກ່ນຂະຫນາດນ້ອຍໆ.
*ການນຳໃຊ້ : ທຸກພາກສ່ວນສາມາດກິນໄດ້ ມີລົດຊາດຂົມຫວານ ນໍາໄປແກງໃສ່ປາ. ຜັກດາງຂົມຍັງໃຊ້ເປັນຢາ ເຊັ່ນ: ເອົາໝົດຕົ້ນ ຕົ້ມນໍ້າດື່ມແກ້ຮ້ອນໃນ, ແກ້ຫວັດ, ແກ້ໄອ, ບັນເທົາອາການເຈັບຫົວ. ນອກຈາກນັ້ນຫຍັງໃຊ້ຕໍາໂພະໃສ່ບາດແຜ່ ຫຼື ບໍລິເວນ ທີ່ມີອາການບວມຊໍ້າ ອັກເສບ ແລະ ແກ້ອາການຄັນ.