
ໂດຍປະຕິບັດຄຳສັ່ງຂອງກົມໃຫ່ຍເສນາທິການກອງທັບເລກທີ 2462/ກສນ ລົງວັນທີ 11/12/2020 ຄໍາສັ່ງແນະນໍາຂອງກົມອົບຮົມເລກທີ 383/ກອຮ ລົງວັນທີ 22/12/2020 ແລະ ຄໍາສັ່ງຂອງກອງບັນຊາການທະຫານແຂວງສະຫວັນນະເຂດເລກທີ114/ກບຊສຂ ລົງວັນທີ 4/2/2021 ວ່າດ້ວຍການອົບຮົມຫັດແອບການທະຫານ ການເມືອງ ພະລາທິການ-ເຕັກນິກໃຫ້ກຳລັງຫຼວງ,ກຳລັງທ້ອງຖິ່ນໃນທົ່ວກອງທັບປະຈຳປີ 2021 ດັ່ງນັ້ນມາໃນວັນທີ 12 ກຸມພາ 2021 ນີ້ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ເປີດບັ້ນອົບຮົມຫັດແອບການເມືອງ,ການທະຫານ ພະລາທິການເຕັກນິກປະຈຳປີ 2021 ຂື້ນທີ່ເດີ່ນກອງບັນຊາການທະຫານແຂວງ,ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ,ມີ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ,ມີຄະນະພັກ-ຄະນະບັນຊາໃນອົງການ 5 ຫ້ອງ,ກອງບັນຊາການທະຫານເມືອງ 14 ຕົວເມືອງກັບ 1 ນະຄອນ ບັນດາກອງພັນ,ໂຮງຮຽນ,ໂຮງໝໍ,ກົມກອງທະຫານຊາຍແດນເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນຕີ ສົມຊາຍ ໄຊອາສາ ຫົວໜ້າພະແນກ ອົມຮົມ ກອງບັນຊາການທະຫານແຂວງ ຂື້ນຜ່ານບົດສະຫຼຸບໃນການອົບຮົມຫັດແອບການເມືອງ,ການທະຫານ ພະລາທິການເຕັກນິກປະຈຳປີ 2020 ຜ່ານມາ ເຫັນວ່າແຕ່ລະກົມກອງໄດ້ປະຕິບັດຕາມແຜນການອົມຮົມເປັນຢ່າງດີສາມາດຕີລາຄາຜົນໄດ້ຮັບຄື ພາກລະບຽບ-ພິທີການຕ່າງໆ 90% ພາກກິລາກາຍະກໍາ 90% ພາກສີລະປະຍຸດ-ຍຸດທະວິທີ 95% ພາກການເມືອງ 85% ພາກພະລາທິການເຕັກນິກ 85% ຈາກນັ້ນ ສະຫາຍ ພັນຕີ ສົມຊາຍ ໄຊອາສາ ກໍ່ໄດ້ຜ່ານແຜນການອົບຮົມຫັດແອບການເມືອງ,ການທະຫານ,ພະລາທິການ-ເຕັກນິກປະຈຳປີ 2021 ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ ການອົບຮົມຫັດແອບແມ່ນໄດ້ກຳນົດເວລາ 150 ວັນ,ອົບຮົມຂໍ້ກຳນົດລະບຽບຮູບແຖວ 10 ວັນ ອົບຮົມກິລາການທະຫານ 5 ວັນ ອົບຮົມສີລະປະຍຸດທະຫານຮາບ 5 ວັນ ອົບຮົມຍຸດທະວິທີ 8 ວັນ ອົບຮົມເຕັກນິກນຳໃຊ້ອຸປະກອນສື່ສານ 2 ວັນ ອົບຮົມການເມືອງ 5 ວັນ ແລະ ອົບຮົມພະລາທິການ-ເຕັກນິກ 5 ວັນ.ໂອກາດດັ່ງກ່າວນີ້ ຕາງໜ້າບັນດາກົມກອງຕ່າງໆກໍ່ໄດ້ຂື້ນຈັບມືແຂ່ງຂັນກັນເພື່ອພ້ອມກັນປະຕິບັດແຜນການອົບຮົມຫັດແອບການເມືອງ ການທະຫານ ພະລາທິການ-ເຕັກນິກປະຈຳປີ 2021 ນີ້ໃຫ້ໄດ້ຮັບໝາກຮັບຜົນສູງ.
ເພື່ອໃຫ້ການອົບຮົມຫັດແອບປະຈຳປີ 2021 ບັນລຸຕາມແຜນການ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ກໍ່ໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງເອົາໃຈໃສ່ກະກຽມດ້ານເນື້ອໃນອົບຮົມ,ກະກຽມພາຫະ,ວັດຖຸຮັບໃຊ້,ສະຖານທີ່ຝືກແອບຮຳຮຽນ,ເອົາໃຈໃສ່ການຮຽນການສອນໃຫ້ຖືກຕ້ອງຕາມແຜນການຂໍ້ກຳນົດໃຫ້ລະອຽດຈະແຈ້ງ ແລະ ມີຄຸນນະພາບສູງ.ຕອນທ້າຍ ຍັງໄດ້ຊົມການສວນສະໜາມຈາກບັນດາເຫຼົ່າຮົບຕ່າງໆທີ່ຂື້ນກັບກອງບັນຊາການທະຫານແຂວງ ແລະ ຊົມການສະແດງວິຊາລະບຽບງົດງາມຂອງພະນັກງານໃນອົງການ 5 ຫ້ອງ,ຊົມການສະແດງຫັດກາຍມືເປົ່າ 2 ບົດ 24 ຈັງຫວະຫັດກາຍມວຍ 16 ຈັງຫວະຂອງທະຫານຮາບຈາກກອງພັນທະຫານຮາບທີ 5 ຊົມການສະແດງຫັດກາຍມວຍ ແລະ ຊົມມວຍສູ້ຮົບປ້ອງກັນຕົວຂອງເຫຼົ່າຮົບຕີພິເສດ ຕື່ມອີກ.